(VOVWORLD) - ບັນດາເນື້ອໃນຊັກຖາມຕອບສະໜອງຄວາມຮຽກຮ້ອງໃນຕົວຈິງ, “ຖືກ” ບັນຫາທີ່ຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນຊີ້ນຳ) |
ຕອນເຊົ້າວັນທີ 20 ມິຖຸນາ, ພາຍຫຼັງເຮັດວຽກເປັນເວລາ 1,5 ມື້, ສະພາແຫ່ງຊາດ ຫວຽດນາມ ໄດ້ປະຕິບັດສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ດ້ວຍ 2 ໝວດບັນຫາດ້ານການເງິນ ແລະ ການສຶກສາ ແລະ ບຳລຸງສ້າງ. ນີ້ແມ່ນບັນດາເນື້ອໃນສຳຄັນ, ສົ່ງຜົນສະທ້ອນໂດຍກົງຕໍ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ການດຳລົງຊີວິດຂອງປະຊາຊົນ ແລະ ອະນາຄົດຂອງການພັດທະນາປະເທດຊາດ.
ກ່າວຄຳເຫັນສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ບັນດາເນື້ອໃນຊັກຖາມຕອບສະໜອງຄວາມຮຽກຮ້ອງໃນຕົວຈິງ, “ຖືກ” ບັນຫາທີ່ຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ບັນດາລັດຖະມົນຕີສະແດງຈິດໃຈນັບຖືສ້າງສັນ, ມີຄວາມຮັບຜິດຊອບ, ກຳແໜ້ນໄດ້ສະພາບການ, ບໍ່ຫຼີກລ່ຽງ, ຕອບຊັກຖາມຢ່າງກົງໄປກົງມາ ແລະ ມີຄຳໝັ້ນສັນຍາ, ມີມາດຕະການແກ້ໄຂຢ່າງລະອຽດໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີວ່າ:
“ສະເໜີໃຫ້ລັດຖະບານ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງໄດ້ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດຢ່າງສຸດຂີດ, ຫັນເປັນການກະທຳ, ນະໂຍບາຍ, ມຸ່ງໄປເຖິງການປົວແປງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທດຈິງ, ຍົກສູງກຳລັງພາຍໃນຂອງພື້ນຖານເສດຖະກິດ ແລະ ສ້າງພື້ນຖານການສຶກສາເປັນຈິງ, ແທດຈິງ. ສະພາແຫ່ງຊາດຈະສືບຕໍ່ຮ່ວມເດີນທາງ, ຕິດຕາມ ແລະ ຊຸກຍູ້ການປະຕິບັດ, ເພື່ອໃຫ້ຄຳໝັ້ນສັນຍາປະກົດຜົນເປັນຈິງ.”