ບັນດາເນື້ອໃນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ຈະໄດ້ຮັບການຜັນຂະຫຍາຍຂຶ້ນສູ່ລະດັບສູງກວ່າ

ບັນດາເນື້ອໃນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ຈະໄດ້ຮັບການຜັນຂະຫຍາຍຂຶ້ນສູ່ລະດັບສູງກວ່າ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການ
(ພາບ: TTXVN)


(vovworld) - ວັນ​ທີ 24/07, (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​​ໄປ​ຮອດ​ສະໜາມ​ບິນ Andrew, ນະຄອນຫຼວງ ວໍ​ຊິງ​ເຕັນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານປະທານາທິບໍດີ Barack Obama. ຕ້ອນຮັບ​ທ່ານ​ປະທາ​ນປະ​ເທດ ຢູ່​ສະໜາມ​ບິນ ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ​ປະຈຳ​ຫວຽດນາມ David Shear, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ທ່ານ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ອງ.

        ທີ່​ການ​ພົບ​ປະ​ກັບ​ພະນັກງານ, ພາລະກອນ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນ​ໜັກ​ວ່າ ການ​ພົວພັນລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພາຍຫຼັງ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ ​​ເຖິງ​ວ່າ​ຍັງ​ມີ​ບາງ​ສິ່ງທີ່​ແຕກ​ຕ່າງກັນ, ການ​ຮ່ວມ​ມື​ເປັນ​ຕົ້ນຕໍ່ຄື; ​ເປີດ​ກວ້າງ​ຈາກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ໄປ​ສູ່​ຂົງ​ເຂດ​​ເສດຖະກິດ, ສຶກສາ, ວິທະຍາສາດ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ, ການ​ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ຕັ້ງໜ້າ, ມິດຕະພາບ, ກໍ່ສ້າງ, ຮ່ວມ​ມື​ຫຼາຍ​ດ້ານ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຈະ​ໄດ້​ຮັບ​ການ​ຍົກ​ລະດັບ. ມີ​ບັນດາ​ເນື້ອ​​ໃນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດຈະ​ໄດ້​ຮັບ​ການຜັນ​ຂະຫຍາຍ​ດ້ວຍ​ຂອບ​ຂະໜາດ, ລັກສະນະ ​ແລະ ລະດັບ​ສູງ​ກວ່າ. ການ​ພົວພັນ​ລະຫວ່າງ​ຫວຽ​ດນາມ ​ແລະ ອາ​ເມ​ລິ​ກາ ​ພວມ​ວາງ​ອອກ​ບັນດາ​ຄວາມ​ຮຽກຮ້ອງ​ໃໝ່, ຮຽກຮ້ອງ​ໃຫ້​ພະນັກງານ, ລັດຖະກອນ​ສະຖານທູດ​ຕ້ອງ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆ​ຂອງ 2 ປະ​ເທດໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ.

ຂ່າວ/ບົດ​ອື່ນ