ບັນດາເຫດບຸກໂຈມຕີແບບກໍ່ການຮ້າຍມີທ່າອ່ຽງເພີ່ມຂຶ້ນໃນປີ 2018

(VOVWORLD) - “IS ຢາກສະແດງວ່າ ພວກມັນພວມທຳສົງຄາມຢູ່, ແລະ ບັນດາຜູ້ສະໜັບສະໜູນພວກມັນຍັງຄົງເຊື່ອຖືຄືເກົ່າ.

ວົງການນັກຊ່ຽວຊານໂລກໄດ້ໃຫ້ຂໍ້ສັງເກດວ່າ ການບຸກໂຈມຕີແບບກໍ່ການຮ້າຍມີທ່າອ່ຽງເພີ່ມຂຶ້ນໃນປີ 2018, ຍ້ອນເລື່ອງທັບມ້າງເຮືອນຮັງຂອງພວກ IS ຢູ່ ອີຣັກ ແລະ ຊີຣີ ຈະຊຸກຍູ້ໃຫ້ພວກມັນບຸກໂຈມຕີຢູ່ຕ່າງປະເທດ.

        ທ່ານ Lewis – Sage Passant, ອະດີດເຈົ້າໜ້າທີ່ສືບລາຊະການລັບ ທະຫານບົກ ອັງກິດ ຖືວ່າ: “IS ຢາກສະແດງວ່າ ພວກມັນພວມທຳສົງຄາມຢູ່, ແລະ ບັນດາຜູ້ສະໜັບສະໜູນພວກມັນຍັງຄົງເຊື່ອຖືຄືເກົ່າ. ເວລານັ້ນ, ຈຳນວນການບຸກໂຈມຕີໃນທົ່ວໂລກຈະມີຄວາມ ເພີ່ມຂຶ້ນຍ້ອນກຸ່ມນີ້ຈະຫັນຈຸດສຸມຈາກສົງຄາມຢູ່ຕາເວັນອອກກາງ ມາເປັນລັດທິກໍ່ການຮ້າຍສາກົນ.”

        ໃນຂະນະນັ້ນ, ທ່ານ Adam Deen, ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄ້ວາການຕ້ານກໍ່ການຮ້າຍມີຊື່ວ່າ: Quilliam ກໍ່ໃຫ້ຂໍ້ສັງເກດຄ້າຍຄືກັນ.

        ນັກຊ່ຽວຊານບາງທ່ານຄາດວ່າ ບັນດາການບຸກໂຈມຕີຈະໄດ້ຖືກປະຕິບັດຫຼາຍຄັ້ງກ່ວາ, ພ້ອມກັນນັ້ນແມ່ນການນຳໃຊ້ບັນດາອາວຸດໜັກຫລຸດລົງ ແລະ ບັນດາເຫດບຸກໂຈມຕີດ້ວຍ ມີດ ແລະ ລົດຈະເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ