ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ບັນ​ດາ​ຫົວ​ໜ້າກົງສູນ ສ້າງແຫຼ່ງ​ກຳ​ລັງ, ທ່າ​ໄດ້​ປຽບ​ໃຫ້​ແກ່​ປະ​ເທດ​ຊາດ

(VOVWORLD) -ຕອນບ່າຍວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຟ້າມມິງຈີ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະກັບບັນດາ ເອກອັກຄະລັດຖະທູດ, ຫົວໜ້າກົງສູນ ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ ອາຍຸການ 2019 – 2022.
ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ບັນ​ດາ​ຫົວ​ໜ້າກົງສູນ ສ້າງແຫຼ່ງ​ກຳ​ລັງ, ທ່າ​ໄດ້​ປຽບ​ໃຫ້​ແກ່​ປະ​ເທດ​ຊາດ - ảnh 1ການພົບປະກັບບັນດາ ເອກອັກຄະລັດຖະທູດ, ຫົວໜ້າກົງສູນ ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ ອາຍຸການ 2019 – 2022 (ພາບ:  baoquocte.vn)

ກ່າວຄຳເຫັນທີ່ການພົບປະ, ທ່ານຟ້າມມິງຈີ໊ງ ໄດ້ສະເໜີໃຫ້ບັນດາ ເອກອັກຄະລັດຖະທູດ, ຫົວໜ້າກົງສູນແຫ່ງຕ່າງໆ ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ຍາດແຍ່ງເອົາການສະໜັບສະໜູນຂອງສາກົນເປັນຢ່າງດີ ເພື່ອນຳມາເຊິ່ງແຫຼ່ງກຳລັງ, ທ່າໄດ້ປຽບໃຫ້ແກ່ປະເທດຊາດ ແຕ່ຕ້ອງອີງໃສ່ ທັດສະນະຂອງພັກ ແມ່ນຮັກສາ ເອກະລາດ, ອະທິປະໄຕຂອງ ປະເທດຊາດ. ບັນດາເອກອັກຄະລັດຖະທູດ, ຫົວໜ້າກົງສູນ ທີ່ຕາງໜ້າໃຫ້ແກ່ ຫວຽດນາມປະຈຳຢູ່ຕ່າງປະເທດນັ້ນຕ້ອງຄາດຄະເນ, ກຳແໜ້ນສະພາບການເພື່ອເປັນເສນາທິການໃຫ້ພັກ, ລັດ ໃນການຈັດຕັ້ງບັນດາການເຄື່ອນໄຫວການຕ່າງປະເທດໃຫ້ເໝາະສົມກັບສະພາບການ, ເງື່ອນໄຂຢ່າງລະອຽດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ