ບັນ​ດາ​ແຂວງ​ພາກ​ກາງ ຫວຽດ​ນາມ ຮີບ​ຮ້ອນ​ຮັບ​ມື​ກັບ​ພະ​ຍຸ ໂນ​ຣູ

(VOVWORLD) -    ບັນດາແຂວງພາກກາງ ຫວຽດນາມ ໄດ້ຮີບຮ້ອນຍົກອອກມາດຕະການ, ຄວາມພ້ອມຮັບມືກັບພະຍຸ ໂນຣູ ທີ່ກຳລັງພັດເຂົ້າເຂດດິນຕໍ່ແຜ່ນ ເພື່ອຈຳກັດຜົນເສຍຫາຍຢູ່ໃນລະດັບຕ່ຳສຸດ.

ວັນທີ 25 ກັນຍາ, ແຂວງ ກວາງນາມ ໄດ້ຊີ້ນຳໃຫ້ທ້ອງຖິ່ນຕ່າງໆຢູ່ເຂດແຄມທະເລຍົກຍ້າຍປະຊາຊົນ, ແຂກທ່ອງທ່ຽວໄປຍັງບ່ອນທີ່ປອດໄພ. ທ່ານ ໂຮ່ກວາງບືວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

        “ແຂວງ ກວາງນາມ ມີແຜນການຍົກຍ້າຍປະຊາຊົນ ແລະ ແຂກທ່ອງທ່ຽວຢ່າງລະອຽດແກ່ແຕ່ລະກໍລະນີ. ຕອນບ່າຍວັນທີ 25 ກັນຍາ, ແຂກທ່ອງທ່ຽວທຸກຄົນລ້ວນແຕ່ໄດ້ຍົກຍ້າຍໄປຍັງເຂດທີ່ປອດໄພແລ້ວ”.

        ໃນວັນດຽວກັນ, ກຳລັງກອງທັບຢູ່ນະຄອນດ່າໜັງ, ແຂວງເທື່ອທຽນເຫວ້ ກໍໄດ້ຈັດສົ່ງກຳລັງລົງໄປຊ່ວຍເຫຼືອປະຊາຊົນຢູ່ເຂດອັນຕະລາຍ ຍົກຍ້າຍໄປຍັງເຂດປອດໄພ, ວາງແຜນຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ. ຂໍ້ມູນກ່ຽວກັບເສັ້ນທາງໄປມາ ແລະ ວຽກງານຮັບມືກັບພະຍຸ ໂນຣຸ ໄດ້ຮັບການອັບເດດເປັນປະຈຳໃນພາຫະນະສື່ມວນຊົນທຸກຊະນິດ.

        ຕອນເຊົ້າວັນທີ 26 ກັນຍາ, ພະຍຸ ໂນຣູ ໄດ້ພັດຜ່ານເຂດພາກໃຕ້ຂອງເກາະ Luzon (ຟີລິບປິນ), ພັດເຂົ້າທະເລຕາເວັນອອກ, ຕາມການພະຍາກອນແລ້ວ, ຕອນຄ່ຳວັນທີ 27 ກັນຍາ ຈະພັດຖະລົ່ມເຂົ້າເຂດພາກກາງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ