ບັນດາແຂວງພາກກາງ - ໄຕງວຽນ ສືບຕໍ່ດຶງດູດການລົງທຶນພັດທະນາກະສິກຳເຕັກໂນໂລຢີສູງ

(VOVWORLD) -ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນດ່າໜັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ດຶງດູດການລົງທຶນ, ພັດທະນາກະສິກຳເຕັກໂນໂລຢີສູງ ແລະ ຜະລິດຕະພັນປອດສານພິດ ຢູ່ເຂດພາກກາງ - ໄຕງວຽນ”.

ບັນດາແຂວງພາກກາງ - ໄຕງວຽນ ສືບຕໍ່ດຶງດູດການລົງທຶນພັດທະນາກະສິກຳເຕັກໂນໂລຢີສູງ - ảnh 1ທ່ານ ຫງວຽນກວາງຕິນ, ຮອງຫົວໜ້າກົມວິທະຍາສາດ ແລະ ເຕັກໂນໂລຢີສິ່ງແວດລ້ອມ ກະຊວງກະສິກຳ ແລະພັດທະນາຊົນນະບົດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ: Luu Huong/VGP)

ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກວາງຕິນ, ຮອງຫົວໜ້າກົມວິທະຍາສາດ ແລະ ເຕັກໂນໂລຢີສິ່ງແວດລ້ອມ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ຫວຽດນາມ, ຖືວ່າ: ພາກກາງ - ໄຕງວຽນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາກະສິກຳເຕັກໂນໂລຢີສູງ. ໄລຍະຈະມາເຖິງ, ຄວນສືບຕໍ່ສົ່ງ   ເສີມວິສາຫະກິດລົງທຶນເຂົ້າໃນການສຶກສາ, ຄົ້ນຄວ້າ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ; ປຸກລະດົມການເຂົ້າຮ່ວມຂອງບັນດາກຳລັງຜະລິດ, ດຳເນີນທຸລະກິດ ແລະ ແຫຼ່ງກຳລັງສັງຄົມຢ່າງແຮງ; ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງຄວາມປອດໄພ ແລະ ສຸຂະອະນາໄມຂອງຜະລິດຕະພັນກະເສດ. ທ່ານ ຫງວຽນກວາງຕິນ ໃຫ້ຮູ້ວ່າ:

        “ພາກກາງ - ໄຕງວຽນ ມີທ່າໄດ້ປຽບຫຼາຍຢ່າງ ເພື່ອພັດທະນາຂະແໜງກະສິກຳເວົ້າລວມ ແລະ ພັດທະນາຂະແໜງກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງເວົ້າສະເພາະ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກດ້ານດິນຟ້າອາກາດກໍຕາມ ແຕ່ສຳລັບດ້ານທີ່ດິນຢູ່ບໍລິເວັນນີ້ແມ່ນມີຄວາມສະດວກພໍສົມຄວນ ເພື່ອພັດທະນາການປູກຕົ້ນໄມ້ອຸດສາຫະກຳ ແລະ ການລ້ຽງສັດ”.


 

ຕອບກັບ

ຂ່າວ/ບົດ​ອື່ນ