ບັນດາແຂວງພາກກາງຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພະຍຸ

ບັນດາແຂວງພາກກາງຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພະຍຸ - ảnh 1
ດ່າໜັງຖືກຜົນເສຍຫາຍຢ່າງໜັກໜ່ວງພາຍລັງພະຍຸ
(ພາບ: Đ.H)

(vovworld) –  ພາຍຫຼັງ​ທີ່ພະຍຸ 3 ລູກ: Usagi, Wutip ​ແລະ Nari ​​ເກີດ​ຂຶ້ນ​ຢູ່ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ ​ໃນ​ເວລາ​ເກືອ​ບ 1 ​ເດືອນ​ຜ່ານ​ມາ (​18/9 – 15/10) ​ໄດ້​ເຮັດ​​ໃຫ້ 51 ຄົນ​ເສຍ​ຊີວິດ, ກ່ວາ 600 ຄົນຮັບ​ບາດ​ເຈັບ ​ແລະ ຄາດ​ວ່າຜົນ​ເສຍ​ຫາຍ​ແມ່ນກ່ວາ 16.000 ຕື້​ດົ່ງ. ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ມີ​ເຮືອນ​ຊານ​ກ່ວາ 122.000 ຫຼັງ​ຖືກ​ເປ​ເພ, ​ເຂົ້າ​ສານ, ພືດ ​ແລະ ຕົ້ນ​ໄມ້​ອຸດສາຫະກຳນັບ​ໝື່ນ ha ຖືກ​ເສຍ​ຫາຍ. ຕໍ່ໜ້າ​ຜົນ​ເສຍ​ຫາຍ​ຢ່າງໜັກໜ່ວງ​ຈາກ​ພະຍຸ​ລູກ​ຕ່າງໆ​ຜ່ານ​ມາ, ຄະນະ​ປະຈຳ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ ຊີ້​ນຳ​ລະບົບ​ທະນາຄານ​ໂຈະ​ໜີ້, ໜູນ​ຊ່ວຍ​ກຳ​ໄລ​ເງິ​ນກູ້​ຢືມ​ໃຫ້​ບັນດາ​ຄອບຄົວ​ທີ່ໄດ້​ກູ້ຢືມ​ເງິນທຳ​ການ​ຜະລິດ. ​ໄລ່​ຮອດ​ວັນ​ທີ 15/10/2013, ​ແນວ​ໂຮມ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາດ​ບັນດາ​ອົງການຈັດ​ຕັ້ງ​ສ່ວນ​ບຸກຄົນ ​ແລະ ປະຊາຊົນ​ຈຳນວນ​ເງິນ​ເກືອບ 84 ຕື້​ດົ່ງ ພ້ອມ​ກັບ​​ເຄື່ອງ​ໃຊ້​ສອຍ​ທີ່​ຈຳ​ເປັນ​ອື່ນໆ​ເພື່ອ​​ແນ​ໃສ່​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ​ນ້ຳ​ຖ້ວມ.

ຂ່າວ/ບົດ​ອື່ນ