ບຸນວັນເພັງເດືອນ 8 ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດຫວຽດນາມ

ບຸນວັນເພັງເດືອນ 8 ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດຫວຽດນາມ - ảnh 1
ບຸນວັນ​ເພັງ​ເດືອນ 8 ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ
(ພາບ: google.com.vn)

(vov) - ຕອນ​ຄໍ່າ​ວັນ​ທີ 29/9, ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຕ້ອນຮັບ​ບຸນວັນ​ເພັງ​ເດືອນ 8 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ. ຢູ່ ກວາງ​ຫງາຍ, ລາຍການ ”ບຸນວັນ​ເພັງ​ເດືອນ 8 ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ ມຸ່ງ​ໄປ​ສູ່​ເດັກນ້ອຍ​ຢູ່​ເກາະຫຼີ​ເຊີນ” ​ໄດ້​ດຶງ​ດູດ​ເຍົາວະ​ຊົນ​ເກືອບ 1000 ຄົນ​ເຂົ້າ​ຮ່ວມ. ທ່ານ​ນາງ Tran Thi Thanh Thanh, ປະທານ​ສະພາ​ປົກ​ປ້ອງ​ສິດ​ຂອງ​ເດັກ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ບຸນວັນ​ເພັງ​ເດືອນ 8 ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຈັບ​ອົກ​ຈັບ​ໃຈ, ມີ​ປະ​ໂຫຍ​ດສຳ​ຫຼັບ​ເດັກນ້ອຍ​ຢູ່​ເກາະ​ຫຼີ​ເຊີນ, ​ພ້ອມ​ທັງ​ຕິດ​ພັນ​ຄວາມ​ຮັກ​ແພງ​ນຳ​ກັນ ກໍ່​ຄື​ແບ່ງປັນ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ ​ແລະ ​ເດັກນ້ອຍ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ປະຊາຊົນ​ ແລະ ​ເດັກນ້ອຍ​ຢູ່​ເຂດ​ໝູ່​ເກາະ​ໃນພາລະກິດ​ປົກ​ປັກ​ຮັກສາອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ”.

        ຄອນ​ຄໍ່າວັນ​ທີ 29/9, ​ແຂວງນິງບິ່ງ​ ກໍ່​ຈັດ​ຕັ້ງ ”ງານ​ລາຕີບຸນວັນ​ເພັງ​ເດືອນ 8 ” ​ໃຫ້​ແກ່​ເດັກນ້ອຍ, ດ້ວຍ​ການ​ເຄື່ອນ​ໄຫວ​ອຸດົມສົມ​ບຸນ ​ແລະ ມີ​ປະ​ໂຫຍ​ດຫຼາຍ​ຢ່າງ. ​ເນື່ອງ​ໃນ​ໂອກາດ​ນີ້, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ​ໄດ້​ມອບ​ຂອງຂວັນ​ໃຫ້​ແກ່​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ດ້ວຍ​ມູນ​ຄ່າ​ເກືອບ 40 ລ້ານ​ດົ່ງ ​ເພື່ອ​ໃຫ້​ພວກ​ນ້ອງ​ຕ້ອນຮັບບຸນວັນ​ເພັງ​ເດືອນ 8 ​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ, ອົບ​ອູ່​ມ ​ແລະ ​ເຕັ​ມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ.

        ​ໃນ​ໂອກາດ​ນີ້, ຄັງ​ອຸປະ​ກະລະ​ແຂວງດົ່ງ​ນາຍ ກໍ່​ໄດ້​ສົມທົບ​ກັບ​ຫໍ​ເຍົາວະ​ຊົນ​ຈັດ​ລາຍການ​ລາຕີ ”ບຸນວັນ​ເພັງ​ເດືອນ 8 ”​ໃຫ້​ແກ່​ພວກ​ເດັກນ້ອຍ​ເຍົາວະ​ຊົນ, ​ແລະ​ມອບ​ຂອງຂວັນ 100 ພູດ​ໃຫ້​ແກ່​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນພິ​ເສດ​ໃນ​ນະຄອນບຽນ​ຮ່ວາ.

ຂ່າວ/ບົດ​ອື່ນ