ບັນຫາ Brexit: ການຊ່ວງເສັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີພວມ “ຮ້ອນເຮັ່ງ”

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ Matt Hancock, ທ່ານອະດີດລັດຖະມົນຕີ Brexit Dominic Raab ແລະ ທ່ານນາງອະດີດການນຳຝ່າຍຮັກສາເດີມຢູ່ສະພາຕ່ຳອັງກິດ Andrea Leadsom ໄດ້ເຂົ້າຮ່ວມການຊ່ວງເສັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

ບັນຫາ Brexit: ການຊ່ວງເສັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີພວມ “ຮ້ອນເຮັ່ງ” - ảnh 1 ທ່ານອະດີດລັດຖະມົນຕີ Brexit Dominic Raab

(ພາບປະກອບ: AFP/TTXVN)

ການຊ່ວງເສັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແທນໃຫ້ທ່ານນາງ Theresa May ພວມຮ້ອງເຮັ່ງຂຶ້ນ ດ້ວຍຜູ້ອອກສະໝັກເລືອກຕັ້ງ 7 ທ່ານຖະແຫຼງປະກາດເຂົ້າຮ່ວມການອອກສະໝັກເລືອກຕັ້ງໃຫ້ຄຳໝັ້ນສັນຍາ ນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit. ວັນທີ 25 ພຶດສະພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ Matt Hancock, ທ່ານອະດີດລັດຖະມົນຕີ Brexit Dominic Raab ແລະ ທ່ານນາງອະດີດການນຳຝ່າຍຮັກສາເດີມຢູ່ສະພາຕ່ຳອັງກິດ Andrea Leadsom ໄດ້ເຂົ້າຮ່ວມການຊ່ວງເສັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.

        ກ່າວຄຳເຫັນທາງວິທະຍຸ BBC, ທ່ານລັດຖະມົນຕີກະຊວງສາທາລະນະສຸກ Matt Hancock ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງນຳອັງກິດ ຖອນຕົວອອກຈາກ “ຊາຍຄາລວມ” ເອີລົບ ແລະ ຖະແຫຼງວ່າ ຈະປະຕິບັດສິ່ງດັ່ງກ່າວ.

        ສ່ວນທ່ານອະດີດລັດຖະມົນຕີ Brexit Dominic Raab ໃຫ້ຮູ້ວ່າ, ເຖິງວ່າບໍ່ຢາກໃຫ້ Brexit ບໍ່ມີຂໍ້ຕົກລົງກໍ່ຕາມ, ແຕ່ລັດຖະບານຈຳເປັນຕ້ອງເຮັດສິ່ງນັ້ນ ຖ້າຫາກ EU ບໍ່ປ່ຽນແປງທັດສະນະໃນການເຈລະຈາ. ທ່ານນາງ Andrea Leadsom ກໍ່ຍົກອອກທັດສະນະເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ