ບັນຫາ Brexit: ທ່ານນາງນາຍົກລັດຖະມົນຕີອັງກິດ ຢັ້ງຢືນ ຈະສືບຕໍ່ ປະຕິບັດວຽກງານ “ໃນ 2 ອາທິດຈະມາເຖິງ”

(VOVWORLD) -ທ່ານນາງ Theresa May   ຢັ້ງຢືນວ່າ: “ຂ້າພະເຈົ້າຍັງຄົງປະຕິບັດວຽກງານຂອງຕົນ ພາຍໃນ 2 ອາທິດຈະມາເຖິງ.

ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ໄດ້ປະຕິເສດຂ່າວລືທີ່ວ່າ ທ່ານນາງອາດຈະລາອອກຈາກຕໍາແໜ່ງ ຖ້າຫາກ ແຜນຮ່າງກ່ຽວກັບບັນຫາ Brexit ຂອງທ່ານນາງ ບໍ່ໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ທີ່ກອງປະຊຸມວັນທີ 11 ທັນວາ ຈະມາເຖິງ. ເມື່ອຕອບສໍາພາດຕໍ່ໂທລະພາບ ITV ໃນວັນທີ 03 ທັນວາ, ທ່ານນາງ Theresa May   ຢັ້ງຢືນວ່າ: “ຂ້າພະເຈົ້າຍັງຄົງປະຕິບັດວຽກງານຂອງຕົນ ພາຍໃນ 2 ອາທິດຈະມາເຖິງ”. ທ່ານນາງເວົ້າຕື່ມອີກວ່າ: “ໜ້າວຽກຂອງຂ້າພະເຈົ້າແມ່ນຮັບປະກັນວ່າ ພວກເຮົາປະຕິບັດສິ່ງທີ່ປະຊາຊົນຮຽກຮ້ອງ, ນັ້ນແມ່ນຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ແຕ່ພວກຂ້າພະເຈົ້າຈະປະຕິບັດສິ່ງດັ່ງກ່າວໃຫ້ດີທີ່ສຸດສໍາລັບປະຊາຊົນ”. ທ່ານນາງນາຍົກລັດຖະມົນຕີອັງກິດເນັ້ນໜັກວ່າ ບໍ່ມີການປ່ຽນແປງໃດ ສໍາລັບແຜນການ Brexit ເຊິ່ງທ່ານນາງໄດ້ເຫັນດີກັບບັນດາການນໍາອື່ນຂອງອີຢູ.

        ໃນສານທີ່ສົ່ງເຖິງສະພາແຫ່ງຊາດ, ທ່ານນາງນາຍົກລັດຖະມົນຕີອັງກິດ ໄດ້ຮຽກຮ້ອງບັນດາສະມາຊິກລັດຖະສະພາ ຈົ່ງຄໍານຶງເຖິງສິດຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງ,  ແທນທີ່ການປະຕິເສດຂໍ້ຕົກລົງ Brexit. ທ່ານນາງຢັ້ງຢືນວ່າ ນີ້ແມ່ນຂໍ້ຕົກລົງປະກອບສ່ວນເຂົ້າໃນການປົກປ້ອງວຽກເຮັດງານທໍາ, ຊີວິດການເປັນຢູ່ ແລະ ຄວາມສະຫງົບປອດຂອງຜູ້ມີສິດເລືອກຕັ້ງຂອງ ອັງກິດ ເອງ, ພ້ອມທັງເນັ້ນໜັກວ່າ ຖ້າຫາກສະພາແຫ່ງຊາດບໍ່ສະໜັບສະໜູນແຜນການ Brexit, ປະເທດອັງກິດ ຈະຕ້ອງປະເຊີນໜ້າກັບການແບ່ງແຍກ ແລະ ຂາດສະຖຽນລະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ