ບັນຫາ Brexit: ນາຍົກລັດຖະມົນຕີອັງກິດ ກ່າວເຕືອນຜົນຮ້າຍຢ້ອນຫຼັງຈາກເລື່ອງສະພາແຫ່ງຊາດ ປະຕິເສດ ຂໍ້ຕົກລົງຂອງ ອີຢູ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີ ອັງກິດ ກໍໃຫ້ຮູ້ວ່າ ສິ່ງທີ່ທ່ານສົນໃຈຫຼາຍທີ່ສຸດໃນປັດຈຸບັນ ແມ່ນຊຸກຍູ້ການໃຫ້ສັດຕະຍາບັນຂໍ້ຕົກລົງຢູ່ ສະພາແຫ່ງຊາດ, ຫາກບໍ່ແມ່ນອະນາຄົດຂອງຕົວທ່ານເອງ.

ວັນທີ 23 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ໄດ້ກ່າວເຕືອນວ່າ ສະຫະພາບເອີີຣົບ (ອີຢູ) ວ່າຈະບໍ່ດໍາເນີນການເຈລະຈາຄືນໃໝ່ກ່ຽວກັບຂໍ້ຕົກລົງວ່າດ້ວຍເລື່ອງອັງກິດຖອນຕົວອອກຈາກກຸ່ມ ຫຼື ເອີ້ນວ່າ Brexit, ຖ້າຫາກ ສະພາແຫ່ງຊາດອັງກິດ ປະຕິເສດຮ່າງຂໍ້ຕົກລົງໃນປັດຈຸບັນ. ເມື່ອຕອບສໍາພາດຕໍ່ວິທະຍຸ BBC, ທ່ານນາງ Theresa May  ເຊື່ອໝັ້ນວ່າ ອີຢູ ຈະບໍ່ຍອມດໍາເນີນການເຈລະຈາຄືນໃໝ່ ເພື່ອມອບໃຫ້ອັງກິດ ຂໍ້ຕົກລົງທີ່ດີກວ່າ, ຖ້າຫາກຮ່າງຂໍ້ຕົກລົງສະບັບດັ່ງກ່າວບໍ່ໄດ້ຮັບການຮັບຮອງເອົາ. ເມື່ອຖືກຖາມກ່ຽວກັບເລື່ອງ ທ່ານຈະລາອອກຈາກຕໍາແໜ່ງຫຼືບໍ ຖ້າຫາກວ່າ ສະພາແຫ່ງຊາດບໍ່ຮັບຮອງເອົາຂໍ້ຕົກລົງ Brexit? ທ່ານນາງນາຍົກລັດຖະມົນຕີ ອັງກິດ ກໍໃຫ້ຮູ້ວ່າ ສິ່ງທີ່ທ່ານສົນໃຈຫຼາຍທີ່ສຸດໃນປັດຈຸບັນ ແມ່ນຊຸກຍູ້ການໃຫ້ສັດຕະຍາບັນຂໍ້ຕົກລົງຢູ່ ສະພາແຫ່ງຊາດ, ຫາກບໍ່ແມ່ນອະນາຄົດຂອງຕົວທ່ານເອງ.


ຕອບກັບ

ຂ່າວ/ບົດ​ອື່ນ