ບັນຫາ Brexit: ນາຍົກລັດຖະມົນຕີອັງກິດ ກ່າວເຕືອນວ່າ ປະເທດນີ້ອາດມີຄວາມສ່ຽງຈະຕົກເຂົ້າສູ່ສະພາວະອັນຕະລາຍ

(VOVWORLD) -ທ່ານນາງ ນາຍົກລັດຖະມົນຕີອັງກິດ Theresa May ກ່າວເຕືອນວ່າ ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ການກະທໍາຂອງເຂົາເຈົ້າອາດຈະພາໄປເຖິງຄວາມສ່ຽງບໍ່ມີຂໍ້ຕົກລົງ Brexit

ວັນທີ 09 ທັນວາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ກ່າວເຕືອນກ່ຽວກັບຄວາມສ່ຽງທີ່ປະເທດອັງກິດ ອາດຈະຕົກເຂົ້າສູ່ສະພາວະອັນຕະລາຍ ແລະຂາດສະຖຽນລະພາບຢ່າງຮ້າຍແຮງ ຖ້າຫາກຂໍ້ຕົກລົງ Brexit ທີ່ບັນລຸໄດ້ໃນເດືອນແລ້ວນີ້ ບໍ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ. ພ້ອມກັນນັ້ນ, ທ່ານນາງ ນາຍົກລັດຖະມົນຕີອັງກິດ Theresa May ກ່າວເຕືອນວ່າ ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ ການກະທໍາຂອງເຂົາເຈົ້າອາດຈະພາໄປເຖິງຄວາມສ່ຽງບໍ່ມີຂໍ້ຕົກລົງ Brexit, ກໍຄື ການເລືອກຕັ້ງທົ່ວປະເທດ.

        ໃນຂະນະນັ້ນ, ໂດຍບໍ່ຫົວຊາຕໍ່ບັນດາຂ່າວຄາວທີ່ຖືວ່າ ທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ຄາດວ່າ ຈະໂຈະການປ່ອນບັດທີ່ສໍາຄັນຢູ່ສະພາແຫ່ງຊາດໃນວັນທີ 11 ທັນວາ ກ່ຽວກັບຂໍ້ຕົກລົງ Brexit ນັ້ນ, ຫ້ອງວ່າການນາຍົກລັດຖະມົນຕີ ແລະວົງການເຈົ້າໜ້າທີ່ອັງກິດ ໄດ້ປະຕິເສດບັນດາຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ການປ່ອນບັດ ຈະຖືກດໍາເນີນຕາມແຜນການທີ່ໄດ້ວາງໄວ້.


ຕອບກັບ

ຂ່າວ/ບົດ​ອື່ນ