ບັນຫາ Brexit: ນາຍົກລັດຖະມົນຕີອັງກິດສະເໜີດຳເນີນການເລືອກຕັ້ງກ່ອນກຳນົດເວລາຖ້າຢາກໂຈະ Brexit

(VOVWORLD) -ວັນທີ 24 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ, ທ່ານຈະໃຫ້ເວລາຕື່ມອີກເພື່ອໃຫ້ສະພາແຫ່ງຊາດຄົ້ນຄວ້າຢ່າງລະອຽດກ່ຽວກັບແຜນການອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ຫຼືເອີ້ນວ່າ Brexit)

ບັນຫາ Brexit: ນາຍົກລັດຖະມົນຕີອັງກິດສະເໜີດຳເນີນການເລືອກຕັ້ງກ່ອນກຳນົດເວລາຖ້າຢາກໂຈະ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: THX/TTXVN)

ຖ້າຫາວ່າ ອົງການນີ້ເຫັນດີຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 12 ທັນວາ ຈະມາເຖິງ. ກ່າວຄຳເຫັນທາງໂທລະພາບ, ທ່ານ Boris Johnson ຢືນຢັນວ່າ ຖ້າຫາກບັນດາສະມາຊິກລັດຖະສະພາຢາກມີເວລາຕື່ມອີກເພື່ອຄົ້ນຄວ້າຂໍ້ຕົກລົງຂອງທ່ານນັ້ນ “ກໍ່ໄດ້, ແຕ່ເຂົາເຈົ້າຕ້ອງເຫັນດີຕົກລົງຈັດຕັ້ງການເລືອກຕັ້ງທົ່ວປະເທດໃນວັນທີ 12 ທັນວາ ຈະມາເຖິງ”.

        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານຄະນະກຳມະການສະຫະພາບເອີລົບ (EC) ຄົນໃໝ່ Ursula von der Leyen ໃຫ້ຮູ້ວ່າ, ທ່ານຈະຮຽກຮ້ອງໃຫ້ອັງກິດ ບົ່ງຕົວ ແລະ ຈັດສົ່ງຂ້າຫຼວງໃຫຍ່ທ່ານໜຶ່ງຂອງປະເທດນີ້ໄປຍັງ ບຣຸກແຊນ ຖ້າຫາກວ່າອັງກິດ ຢາກຕໍ່ກຳນົດເວລາ Brexit ພາຍຫຼັງກຳນົດເວລາສຸດທ້າຍໃນວັນທີ 31 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ