ບັນຫາ Brexit: ພະລາຊີນີອັງກິດໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຖອນຕົວອອກຈາກ EU

(VOVWORLD) -ວັນທີ 26 ມິຖຸນາ, ຮ່າງກົດໝາຍວ່າດ້ວຍການ ທີ່ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU), ຫຼື ເອີ້ນວ່າຮ່າງກົດໝາຍ Brexit ຂອງລັດຖະບານອັງກິດ ເຊິ່ງພະລາຊີນີ Elizabeth 2 ໃຫ້ສັດຕະຍາບັນ ເພື່ອປະກາດໃຊ້ເປັນກົດໝາຍຢ່າງເປັນທາງການ.

ທ່ານປະທານສະພາຕ່ຳອັງກິດ John Bercow ໃຫ້ຮູ້ວ່າ, ຮ່າງກົດໝາຍຍົກເລີກກົດໝາຍວ່າດ້ວຍປະຊາຄົມເອີລົບ ປີ 1972 ໄດ້ນຳເອົາອັງກິດ ກາຍເປັນສະມາຊິກຂອງ EU ເຊິ່ງພະລາຊີນີ Elizabeth 2 ຮັບຮອງເອົາ. ຕາມນັ້ນແລ້ວ, ປະມວນກົດໝາຍຈະຫັນປະມວນກົດໝາຍຂອງເອີລົບ ເຂົ້າກັບປະມວນກົດໝາຍຂອງອັງກິດ ເພື່ອຫຼີກລ້ຽງບໍ່ວ່າເກີດການຕັດຕອນໃດກ່ຽວກັບກົດໝາຍ. ປະມວນກົດໝາຍກໍ່ຊີ້ແຈ້ງວ່າ, ອັງກິດ ຈະຖອນຕົວອອກຈາກ EU ໃນເວລາ 23 ໂມງ ຂອງວັນທີ 29 ມີນາ 2019 (ຕາມເວລາທ້ອງຖິ່ນ) ຢ່າງເປັນທາງການ. ປະມວນກົດໝາຍດັ່ງກ່າວໄດ້ຜ່ານການຖົກຖຽງກັນຢ່າງຮ້າຍແຮງເປັນເວລາກວ່າ 250 ຊົ່ວໂມງ ຢູ່ສະພາຕ່ຳອັງກິດ ນັບແຕ່ເວລາຍື່ນສະເໜີເມື່ອເດືອນ ກໍລະກົດ 2017.

ຕອບກັບ

ຂ່າວ/ບົດ​ອື່ນ