ບັນຫາ Brexit: ລັດຖະມົນຕີການຕ່າງປະເທດ ອັງກິດ ຄາດຄະເນວ່າ ສະພາແຫ່ງຊາດອາດຈະ ສະໜັບສະໜູນ ນາຍົກລັດຖະມົນຕີ

(VOVWORLD) -ອີຢູ ອາດຈະມີບັນດາການຜ່່ອນສັ້ນຜ່ອນຍາວ ເພື່ອຫຼີກລ້ຽງກໍລະນີ ອັງກິດ ຖອນຕົວອອກຈາກ ສະຫະພາບດັ່ງກ່າວ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງ

ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Jeremy Hunt  ຖືວ່າ ສະພາແຫ່ງຊາດຂອງປະເທດນີ້ ຍັງຄົງອາດຈະສະໜັບສະໜູນຂໍ້ຕົກລົງຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ), ຫຼືຍັງເອີ້ນວ່າ  Brexit, ຖ້າຫາກວ່າບັນດາສະມາຊິກໄດ້ຮັບການຮັບປະກັນຈາກ ອີຢູ. ເຖິງຢ່າງໃດກໍຕາມ, ທ່ານກໍກ່າວເຕື່ອນວ່າ ອາດຈະເກີດແຜນການຄື Brexit ໂດຍບໍ່ມີຂໍ້ຕົກລົງ. ເມື່ອກ່າວຄໍາເຫັນຕໍ່ວິທະຍຸກະຈາຍສຽງ BBC  ໃນວັນທີ 15 ທັນວາ, ທ່ານລັດຖະມົນຕີ Hunt ເນັ້ນໜັ້ກວ່າ: “ເມື່ອຄວາມເຄັ່ງຕຶງຫຼຸດລົງ, ວິທີໜຶ່ງດຽວ ເພື່ອໃຫ້ສະພາຕໍ່າ ຮັບຮອງເອົາ ນັ້ນແມ່ນ ຕ້ອງມີຂໍ້ຕົກລົງສະບັບໜຶ່ງ ເຊິ່ງລັດຖະບານໄດ້ເຈລະຈາແລ້ວ”. ຕາມທ່ານແລ້ວ, ອີຢູ ອາດຈະມີບັນດາການຜ່່ອນສັ້ນຜ່ອນຍາວ ເພື່ອຫຼີກລ້ຽງກໍລະນີ ອັງກິດ ຖອນຕົວອອກຈາກ ສະຫະພາບດັ່ງກ່າວ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງ - ເຊິ່ງເປັນສະພາບການທີ່ທັງສອງຝ່າຍລ້ວນແຕ່ຖືວ່າ ຈະສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ດ້ານການຄ້າ ແລະ ພື້ນຖານເສດຖະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ