ບັນຫາ Brexit: ອັງກິດ ກະກຽມບັນດາມາດຕະການພຽງລຳພັງຝ່າຍດຽວຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງກັບ ອີຢູ

(VOVWORLD) - ວັນທີ 23 ສິງຫາ, ທ່ານລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງ ອັງກິດ Dominic Raad ໃຫ້ຮູ້ວ່າ:

ລອນດອນ ຈະຈັດວາງມາດຕະການພຽງລຳພັງຝ່າຍດຽວ ແລະ ເຄົາລົບບັນດາຂໍ້ກຳນົດຂອງສະຫະພາບ ເອີຣົບ (ອີຢູ) ໃນບາງຂົງເຂດ ແນໃສ່ຮັກສາການແລກປ່ຽນການຄ້າໃນກໍລະນີ ອີຢູ ປະຕິເສດການຮ່ວມມື ເພື່ອບັນລຸໄດ້ຂໍ້ຕົກລົງ. ເຖິງວ່າມີຄວາມເຊື່ອໝັ້ນກ່ຽວກັບເລື່ອງບັນລຸໄດ້ຂໍ້ຕົກລົງກັບ ອີຢູ ກໍ່ຕາມ, ແຕ່ທ່ານລັດຖະມົນຕີ Dominic Raad ກໍ່ເນັ້ນໜັກວ່າ ລັດຖະບານ ອັງກິດ ຍັງກຽມພ້ອມໃຫ້ສຳລັບມີກໍລະນີອື່ນໆ ແລະ ບັນດາມາດຕະການພຽງລຳພັງຝ່າຍດຽວ ເພື່ອຮັກສາການເຄື່ອນໄຫວໃນໄລຍະສັ້ນແມ່ນມີຄວາມຈຳເປັນ. ທັງ ອັງກິດ ແລະ ອີຢູ ລ້ວນແຕ່ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງໃນເດືອນ ຕຸລາ ຈະມາເຖິງ ເພື່ອໃຫ້ອົງການນິຕິບັນຍັດ 2 ຝ່າຍສາມາດຮັບຮອງເອົາກ່ອນທີ່ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນປີໜ້າຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ