ບັນຫາ Brexit: ອັງກິດ ມານະພະຍາຍາມແກ້ໄຂບັນຫາຊາຍແດນ ອຽກລັງ ກັບ ອີຢູ

(VOVWORLD) -ສະພາແຫ່ງຊາດອັງກິດ ພວມມານະພະຍາຍາມ ເພື່ອຮັບປະກັນການ Brexit ດໍາເນີນໄປຖືກຕາມເວລາກໍານົດ.

        ວັນທີ 31 ມັງກອນ, ທ່ານ Jeremy Hunt  ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່່າ ປະເທດນີ້ ຈະເສຍເວລາ 2 – 3 ວັນ ເພື່ອກະກຽມຂໍ້ສະເໜີ ກັບສະຫະພາບເອີຣົບ (ອີຢູ) ໃນຄວາມມານະພະຍາຍາມ ແກ້ໄຂບັນຫາຊາຍແດນ ອຽກລັງ ພາຍຫຼັງ ອັງກິດ ຖອນຕົວອອກຈາກກຸ່ມດັ່ງກ່າວ. ເມື່ອຕອບສໍາພາດຕໍ່ນັກຂ່າວ ວິທະຍຸ BBC, ທ່ານ Hunt ຊີ້ແຈ້ງວ່າ ລັດຖະບານ ຈະປຶກສາຫາລື ເພື່ອລວບລວມບັນດາຂໍ້ສະເໜີ ທີ່ສາມາດຕອບສະໜອງໄດ້ ບັນດາຄວາມມຸ່ງມາດປາດຖະໜາຂອງ ອີຢູ. ທ່ານຖືວ່າ ເວລາຍັງມີຫຼາຍຢູ່ ເພື່ອເວົ້າເຖິງຄວາມຈໍາເປັນຂອງເລື່ອງແກ່ຍາວວິວັດທະນາການ Brexit. ຕາມທ່ານແລ້ວ, ຖ້າຫາກ ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງ ກ່ອນກໍານົດເວລາສຸດທ້າຍ 2 – 3 ວັນ, ລອນດອນ ຈະຕ້ອງມີເວລາຕື່ມອີກ ເພື່ອຮັບຮອງເອົາຮ່າງກົດໝາຍສໍາຄັນ. ເຖິງຢ່າງໃດກໍຕາມ, ຖ້າຫາກບັນລຸໄດ້ຄວາມຄືບໜ້າໄວກວ່ານັ້ນ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ ນີ້.

        ແລະກໍໃນວັນດຽວກັນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ ບັນດາສະມາຊິກລັດຖະສະພາຂອງປະເທດນີ້ ໄດ້ຍົກເລີກການພັກການ ເຊິ່ງຄາດວ່າຈະດໍາເນີນໃນອາທິດໜ້າ ເພື່ອມີເວລາຮັບຮອງເອົາບັນດາຮ່າງກົດໝາຍທີ່ສໍາຄັນ ກ່ອນຈຸດເວລາ ອັງກິດຖອນຕົວອອກຈາກ ອີຢູ. ເຈົ້າໜ້າທີ່ຄົນດັ່ງກ່າວເນັ້ນໜັກວ່າ ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສະພາແຫ່ງຊາດອັງກິດ ພວມມານະພະຍາຍາມ ເພື່ອຮັບປະກັນການ Brexit ດໍາເນີນໄປຖືກຕາມເວລາກໍານົດ.


ຕອບກັບ

ຂ່າວ/ບົດ​ອື່ນ