ບັນຫາ Brexit: ອັງກິດ, ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບໄລຍະມອບໂອນ

(VOVWORLD) - ໃນໄລຍະນີ້, ອັງກິດຈະບໍ່ເຂົ້າຮ່ວມບັນດາວິວັດທະນາການວາງແຜນນະໂຍບາຍຂອງ ອີຢູ
ບັນຫາ Brexit: ອັງກິດ, ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບໄລຍະມອບໂອນ - ảnh 1 (ພາບປະກອບຈາກ Bloomberg)

ວັນທີ 19 ມີນາ, ສະຫະພາບເອີລົບ (ອີຢູ) ແລະ ອັງກິດ ບັນລຸໄດ້ຂໍ້ຕົກລົງບາດລ້ຽວກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ EU, ຫຼືຍັງເອີ້ນວ່າ Brexit, ດ້ວຍໄລຍະມອບໂອນທີ່ແກ່ຍາວເຖິງເກືອບ 2 ປີ. ຕາມການປະກາດຂອງທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງ EU ກ່ຽວກັບ Brexit, ພາຍຫຼັງການເຈລະຈາກັບທ່ານ David Davis, ລັດຖະມົນຕີ Brexit ຂອງ ອັງກິດ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ໄລຍະມອບໂອນຈະນັບແຕ່ວັນທີ່ ອັງກິດ ຖອນຕົວອອກຈາກ EU ໃນວັນທີ 29 ມີນາ 2019 ແລະ ສິ້ນສຸດໃນວັນທີ 31 ທັນວາ 2020. ໃນໄລຍະນີ້, ອັງກິດຈະບໍ່ເຂົ້າຮ່ວມບັນດາວິວັດທະນາການວາງແຜນນະໂຍບາຍຂອງ ອີຢູ ແຕ່ຍັງໄດ້ຮັບບັນດາສິດຜົນປະໂຫຍດຂອງປະເທດສະມາຊິກ ແລະ ໄດ້ເຂົ້າຮ່ວມໃນຕະຫຼາດລວມ ເອີລົບ ກໍ່ຄືສຳພັນທະມິດພາສີອາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ