ບັນຫາ Brexit: ອັງກິດ ແລະ ອີຢູ ເຫັນດີປະຕິບັດຂໍ້ຕົກລົງຖອນຕົວໃຫ້ “ຖືກຕ້ອງ ແລະ ຄົບຖ້ວນ”

(VOVWORLD) -ອັງກິດ ແລະ ສະຫະພາບເອີລົບ (ອີຢູ) ບັນລຸໄດ້ “ຂໍ້ຕົກລົງສະບັບໜຶ່ງກ່ຽວກັບຫຼັກການຂອງບັນຫາຕ່າງໆ, ພິເສດແມ່ນກ່ຽວຂ້ອງເຖິງອະນຸສັນຍາກ່ຽວກັບອຽກລັງ ແລະ ອຽກລັງເໜືອ”.

ບັນຫາ Brexit: ອັງກິດ ແລະ ອີຢູ ເຫັນດີປະຕິບັດຂໍ້ຕົກລົງຖອນຕົວໃຫ້ “ຖືກຕ້ອງ ແລະ ຄົບຖ້ວນ”  - ảnh 1 ທ່ານຫົວໜ້າຫ້ອງວ່າການຄະນະລັດຖະບານອັງກິດ Michael Gove

(ພາບ: AFP/TTXV)

ວັນທີ 08 ທັນວາ, ທ່ານຫົວໜ້າຫ້ອງວ່າການຄະນະລັດຖະບານອັງກິດ Michael Gove ໄດ້ແຈ້ງໃຫ້ຊາບວ່າ, ອັງກິດ ແລະ ສະຫະພາບເອີລົບ (ອີຢູ) ບັນລຸໄດ້ “ຂໍ້ຕົກລົງສະບັບໜຶ່ງກ່ຽວກັບຫຼັກການຂອງບັນຫາຕ່າງໆ, ພິເສດແມ່ນກ່ຽວຂ້ອງເຖິງອະນຸສັນຍາກ່ຽວກັບອຽກລັງ ແລະ ອຽກລັງເໜືອ”. ຂໍ້ຕົກລົງນີ້ໄດ້ຍົກເລີກຈຸດທີ່ເປັນສາຍເຫດຕົ້ນຕໍພາໃນເຫີດການໂຕ້ຖຽງກັນຕົ້ນຕໍລະຫວ່າງອັງກິດ ແລະ ອີຢູ, ພາຍຫຼັງ ບຣຸກແຊນ ກ່າວເຕືອນວ່າ ຈະບໍ່ມີຂໍ້ຕົກລົງການຄ້າເປີດກວ້າງ ຖ້າຫາກວ່າ ລອນດອນ ຍັງສືບຕໍ່ນາບຂູ່ລະເມີດຂໍ້ຕົກລົງຖອນຕົວ. ຂໍ້ຕົກລົງທີ່ຫາກໍ່ຂ້າງເທິງມານັ້ນໄດ້ຮັບຄວາມເຫັນດີໃນການເຈລະຈາລະຫວ່າງທ່ານ Gove ກັບທ່ານຮອງປະທານຄະນະກຳມະການເອີລົບ Maros Sefcovic, ບໍ່ກ່ຽວຂ້ອງເຖິງບັນດາການເຈລະຈາດ້ານການຄ້າລະຫວ່າງອັງກິດ ແລະ ອີຢູ. ທ່ານ Maros Sefcovic ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີຈະຮັບປະກັນວ່າ ຂໍ້ຕົກລົງຖອນຕົວຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນໃນວັນທີ 01 ມັງກອນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ