ບັນຫາ Brexit: ອີຢູ ຊັງຊາກໍລະນີຕໍ່ກຳນົດເວລາເຈລະຈາ

(VOVWORLD) - ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີຣົບ (ອີຢູ) ກ່ຽວກັບ Brexit (ອັງກິດ ຖອນອອກຈາກ ອີຢູ) ທ່ານ Michel Barnier 

ໄດ້ຊັງຊາກໍລະນີທີ່ອາດຈະແກ່ຍາວຕື່ມອີກໄລຍະສັ້ນໆໃຫ້ແກ່ບັນດາການເຈລະຈາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກັບ ອັງກິດ, ພ້ອມທັງເນັ້ນໜັກວ່າ ບັນດາຂໍ້ຕົກລົງນີ້ ຕ້ອງໄດ້ສຳເລັດໃນກາງເດືອນ ພະຈິກ.

        ຕາມແຜນການແລ້ວ, ອັງກິດ ຈະຖອນອອກຈາກ ອີຢູ ໃນທ້າຍເດືອນ ມີນາ ປີ 2019, ແຕ່ວ່າ 2 ຝ່າຍລ້ວນແຕ່ມີຄວາມຫວັງຢາກບັນລຸໄດ້ຂໍ້ຕົກລົງ “ຈາກກັນ” ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອີຢູ ໃນລະຫວ່າງວັນທີ 18 – 19 ຕຸລາ ຈະມາເຖິງ ເພືຶ່ອໃຫ້ຂໍ້ຕົກລົງມີເວລາຢ່າງພຽງພໍເພື່ອໄດ້ຮັບຮອງເອົາຈາກບັນດາອົງການນິຕິບັນຍັດ.

 


ຕອບກັບ

ຂ່າວ/ບົດ​ອື່ນ