ບັນຫາ Brexit: ອີຢູແລະອັງກິດເປັນເອກະພາບບັນດາບຸລິມະສິດແລະແຜນການ

(VOVWORLD) -ວັນທີ 19 ມິຖຸນາ, ສະຫະພາບເອີລົບ (ອີຢູ) ແລະ ປະເທດອັງກິດ ໄດ້ເຫັນດີຕໍ່ບັນດາບັນຫາບຸລິມະສິດ, ແຜນການ ແລະ ວິທີການຈັດຕັ້ງການເຈລະຈາກ່ຽວກັບເລື່ອງອັງກິດ ຖອນອອກຈາກອີຢູ (Brexit), ພາຍຫຼັງການພົບປະເປັນຄັ້ງທຳອິດຢູ່ບຣຸກແຊນ ລະຫວ່າງນັກເຈລະຈາຂອງຝ່າຍອີຢູ ທ່ານ Michel Barnier ແລະ ຝ່າຍອັງກິດແມ່ນທ່ານ David Davis.

ບັນຫາ Brexit: ອີຢູແລະອັງກິດເປັນເອກະພາບບັນດາບຸລິມະສິດແລະແຜນການ - ảnh 1 ນັກເຈລະຈາຂອງຝ່າຍ

(ພາບປະກອບ: Reuters/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດການເຈລະຈາຄັ້ງທຳອິດ, ທ່ານ Barnier ໄດ້ແຈ້ງໃຫ້ຊາບວ່າ, 2 ຝ່າຍສ້າງຕັ້ງໄດ້ກຸ່ມປະຕິບັດວຽກງານ, ລວມທັງບັນດານັກຊ່ຽວຊານຂອງທັງ 2 ຝ່າຍ ເພື່ອແກ້ໄຂບັນດາເອກະສານທີ່ຈຳເປັນໃນຈຸດເວລານີ້, ນັ້ນແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງພົນລະເມືອງ, ບັນຫາການເງິນ ແລະ ບາງບັນຫາອື່ນໆທີ່ເກີດຂຶ້ນຈາກ Brexit.  ຕາມກຳນົດເວລາ, 2 ຝ່າຍໄດ້ເປັນເອກະພາບນຳກັນຢືນຢັນ, ບັນດາການເຈລະຈາຈະໄດ້ຮັບການຈັດຕັ້ງເດືອນລະເທື່ອໃນໄລຍະເວລາແຕ່ວັນທີ 17 ກໍລະກົດ ຫາວັນທີ 09 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ