ບັນຫາ Brexit: ເຈົ້າໜ້າທີ່ ອັງກິດ ຮຽກຮ້ອງ ສືບຕໍ່ຮ່ວມມືເພື່ອວິວັດການ Brexit ດໍາເນີນໄປຕາມແຜນ

(VOVWORLD) -ປະເທດ ອັງກິດ ຈະຕົກເຂົ້າສູ່ “ວິວັດການຢູ່ລັດຖະສະພາ ເຊິ່ງອາດຈະພາໄປເຖິງການໂຈະເວລາ Brexit ດ້ວຍຜົນຮ້າຍຢ້ອນຫຼັງຍາກທີ່ຄາດຄະເນລ່ວງໜ້າໄດ້ ແລະ ສະພາບການເສດຖະກິດ ກໍຄືປະຊາຊົນທົ່ວປະເທດ ອັງກິດ ກໍບໍ່ແນ່ວ່າ ຈະເປັນແນວໃດ.

  ວັນທີ 7 ມີນາ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ເນັ້ນໜັກວ່າ ອັງກິດ ແລະ ສະຫະພາບເອີຣົບ (ອີຢູ) ຄວນສືບຕໍ່ສົມທົບກັນ ມານະພະຍາຍາມ ເພື່ອຮັບປະກັນໃຫ້ວິວັດການປະເທດ ອັງກິດ ຖອນຕົວອອກຈາກ ອີຢູ່ ຫຼື ຍັງເອີ້ນວ່າ Brexit ຖືກດໍາເນີນໄປຕາມແຜນ ຄືດັ່ງປາດຖະໜາຂອງກຸ່ມດັ່ງກ່າວ. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຊີ້ແຈ້ງວ່າ ຖ້າຫາກຂໍ້ຕົກລົງ Brexit ຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ບໍ່ໄດ້ຮັບການຮັບຮອງເອົານັ້ນ, ລັດຖະບານອັງກິດ ຈະປ່ອນບັດກ່ຽວກັບ ວິວັດການ Brexit ບໍ່ມີຂໍ້ຕົກລົງ ແລະ ອາດຈະໂຈະການ Brexit. ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Jeremy Hunt ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ ທ່ານຫວັງວ່າ ລອນດອນ ອາດຈະບັນລຸໄດ້ບາດກ້າວກະໂດດຂັ້ນ ທີ່ກ່ຽວຂ້ອງເຖິງການເຈລະຈາລະຫວ່າງ Brexit ກັບ ອີຢູ ໃນທ້າຍອາທິດນີ້. ເມື່ອແບ່ງປັນຕໍ່ວົງການສື່ມວນຊົນ ຢູ່ Glasgow, ທ່ານ Hunt ຊີ້ແຈ້ງວ່າ “ປັດຈຸບັນພວມເກີດການປຶກາຫາລືທີ່ເຄັ່ງຕຶງຫຼາຍຢ່າງພາຍໃນປະເທດ ອັງກິດ ແລະ ທ່ານຫວັງວ່າ ບັນດາຝ່າຍຈະຊອກໄດ້ມາດຕະການ ເພື່ອບັນລຸໄດ້ສຽງເວົ້າລວມ ກ່ອນທີ່ຈະດໍາເນີນການປ່ອນບັດຢູ່ ສະພາຕໍ່າ.

ແລະກໍໃນວັນດຽວກັນ, ທ່ານ Philip Hammond ລັດຖະມົນຕີກະຊວງການເງິນ ອັງກິດ ຖືວ່າ ຖ້າຫາກຂໍ້ຕົກລົງ Brexit ບໍ່ຜ່ານການປ່ອນບັດທີ່ສໍາຄັນໃນວັນທີ 12 ມີນາ ຈະມາເຖິງ, ປະເທດ ອັງກິດ ຈະຕົກເຂົ້າສູ່ “ວິວັດການຢູ່ລັດຖະສະພາ ເຊິ່ງອາດຈະພາໄປເຖິງການໂຈະເວລາ Brexit ດ້ວຍຜົນຮ້າຍຢ້ອນຫຼັງຍາກທີ່ຄາດຄະເນລ່ວງໜ້າໄດ້ ແລະ ສະພາບການເສດຖະກິດ ກໍຄືປະຊາຊົນທົ່ວປະເທດ ອັງກິດ ກໍບໍ່ແນ່ວ່າ ຈະເປັນແນວໃດ.

ຕອບກັບ

ຂ່າວ/ບົດ​ອື່ນ