ບັນຫາ ຊີຣີ ຄອບງຳກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ

(VOVWORLD) - ວັນທີ 13 ກໍລະກົດ, ສື່ມວນຊົນພາກພື້ນຕາເວັນອອກກາງໄດ້ຄັດສະເໜີຄຳຖະແຫຼງຂອງທ່ານ Yuri Ushakov ຜູ້ຊ່ວຍວຽກກ່ຽວກັບນະໂຍບາຍການຕ່າງປະເທດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍໃຫ້ຮູ້ວ່າ:

ຫົວເລື່ອງ ຊີຣີ ແມ່ນຈະ “ກວມເອົາສ່ວນຫລາຍ” ໃນການເຈລະຈາລະຫວ່າງທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ຢູ່ Helsinki (ແຟງລັງ) ໃນວັນທີ 16 ກໍລະກົດ ຈະມາເຖິງ. ທ່ານ Ushakov ກໍ່ຖືວ່າ: ບັນດາວິກິດການອື່ນ ກໍ່ຈະນອນໃນໂຄງການດຳເນີນງານຂອງການພົບປະສຸດຍອດຄັ້ງນີ້, ລະອຽດແມ່ນບັນຫາ ສປປ.ເກົາຫຼີ, ຂໍ້ຕົກລົງນິວເຄຼຍ ອີຣານ ແລະ ຢູແກຼນ ຕາເວັນອອກ.

        ຕາມວົງການນັກສັງເກດການແລ້ວ, ກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ ໄດ້ຮັບຄວາມຫວັງວ່າ ອາດຈະແກ້ໄຂໄດ້ບັນຫາສຳຄັນຫລາຍຢ່າງ, ໃນນັ້ນມີບັນຫາ ຊີຣີ. ການຮ່ວມມືລະຫວ່າງ ລັດເຊຍ - ອາເມລິກາ ແມ່ນສວມເປັນບົດບາດສຳຄັນທີ່ສຸດໃນບັນດາບັນຫາຫຼັກແຫຼ່ງຂອງພາກພື້ນຕາເວັນອອກກາງ ກໍ່ຄືທົ່ວໂລກ. ການຮ່ວມມືລະຫວ່າງ ວໍຊິງຕັນ ແລະ ມົດສະກູ ອາດຈະເຮັດໃຫ້ສັນຕິພາບຢູ່ຕາເວັນອອກກາງມີບາດກ້າວຄືບໜ້າດີ.


ຕອບກັບ

ຂ່າວ/ບົດ​ອື່ນ