ບັນ​ຫາ​ຊາວ​ອົບ​ພະ​ຍົບ​: ຜູ້​ອຳ​ນວຍ​ການ​ໃຫຍ່ IOM ຄົນ​ໃໝ່ ປາດ​ຖະ​ໜາ​ຢາກ​ຊອກ​ຮູ້​ວິ​ທີ​ການ​ໃໝ່

(VOVWORLD) - ຄວາມສົນໃຈໃຫຍ່ທີ່ສຸດຂອງ IOM ແມ່ນຈຳນວນຜູ້ເສຍຊີວິດຢູ່ ທະເລເມເຕເຣນຽນ ທີ່ຖືກຖືວ່າແມ່ນບັນຫາທຳມະດາ ແລະ ທຸກໆຄົນຖືວ່າ ນີ້ພຽງແຕ່ແມ່ນຜົນທີ່ຈະຕ້ອງຮັບ ຍ້ອນການອົບພະຍົບແບບຜິດກົດໝາຍຂອງເຂົາເຈົ້າ.
ບັນ​ຫາ​ຊາວ​ອົບ​ພະ​ຍົບ​: ຜູ້​ອຳ​ນວຍ​ການ​ໃຫຍ່ IOM ຄົນ​ໃໝ່ ປາດ​ຖະ​ໜາ​ຢາກ​ຊອກ​ຮູ້​ວິ​ທີ​ການ​ໃໝ່ - ảnh 1ທ່ານນາງ Amy Pope ຜູ້ອຳນວຍການໃຫຍ່ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້ານຖິ່ນຖານ (IOM) (ພາບ:  EPA-EFE)

ວັນທີ 2 ຕຸລາ, ຢູ່ເຊີແນວ, ປະເທດສະວິດ, ທ່ານນາງ Amy Pope ຜູ້ອຳນວຍການໃຫຍ່ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້ານຖິ່ນຖານ (IOM) ຄົນໃໝ່ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຖືເບົ່າສະພາບການເສຍຊີວິດຂອງຊາວອົບພະຍົບ ແລະ ລີ້ໄພຢູ່ ທະເລ ເມດີເຕເຣນຽນ, ກໍ່ຄືຢັ້ງຢືນຈະຮ່ວມມືກັບບັນດາລັດຖະບານ ເພື່ອວາງອອກບັນດາວິທີການແນໃສ່ແກ້ໄຂວິກິດການ.

ທ່ານນາງ Amy Pope ເນັ້ນໜັກວ່າ: ຄວາມສົນໃຈໃຫຍ່ທີ່ສຸດຂອງ IOM ແມ່ນຈຳນວນຜູ້ເສຍຊີວິດຢູ່ ທະເລເມເຕເຣນຽນ ທີ່ຖືກຖືວ່າແມ່ນບັນຫາທຳມະດາ ແລະ ທຸກໆຄົນຖືວ່າ ນີ້ພຽງແຕ່ແມ່ນຜົນທີ່ຈະຕ້ອງຮັບ ຍ້ອນການອົບພະຍົບແບບຜິດກົດໝາຍຂອງເຂົາເຈົ້າ. ໃນໄລຍະຈະມາເຖິງ, ທ່ານນາງ Amy Pope ຈະໄປຍັງເຂດອາບຟຼິກກາຕາເວັນອອກເພື່ອພົບປະກັບເຈົ້າໜ້າທີ່ຄະນະກຳມະການສະຫະພາບ ອາບຟຼິກກາ ຢູ່ ເອທີໂອເປຍ ແລະ ຫຼັງຈາກນັ້ນຈະໄປຍັງ Brussels, ປະເທດແບນຊິກ ເພື່ອພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງ ສະຫະພາບເອີລົບ ແລະ ຊອກຫາຂໍ້ຕົກລົງແກ້ໄຂໄພອົບພະຍົບແບບຜິດກົດໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ