ບັນ​ຫາ​ຕ້ານ ການກໍ່​ກາ​ນ​ຮ້າຍ: ອີ​ຢິບ ດັບ​ສູນ​ໄດ້ພວກ​ກໍ່​ການ​ຮ້າຍ ຢູ່ Sinai ໄດ້ ຫຼາຍ​ຄົ​ນ

(VOVWORLD) - ບັນດາກຳລັງປະກອບອາວຸດ ອີຢິບໄດ້ທຳລາຍ ເຮືອນຮັງ ຂອງພວກກໍ່ການຮ້າຍ 14 ແຫ່ງ, ພ້ອມທັງ ໂອໂຕ ແລະ ລົດຈັກຫຼາຍຄັນ.
ບັນ​ຫາ​ຕ້ານ ການກໍ່​ກາ​ນ​ຮ້າຍ: ອີ​ຢິບ ດັບ​ສູນ​ໄດ້ພວກ​ກໍ່​ການ​ຮ້າຍ ຢູ່ Sinai ໄດ້ ຫຼາຍ​ຄົ​ນ - ảnh 1ກຳລັງທະຫານ Sinai (ພາບ: aa.com.tr ) 

ວັນທີ 4 ພະຈິກ, ສື່ມວນຊົນປະເທດ ອີຢິບ ໄດ້ຄັດຖະແຫຼງການຂອງກອງບັນຊາການໃຫຍ່ ກອງທັບບົກໃຫ້ຮູ້ວ່າ ກອງທັບບົກໄດ້ດັບສູນ ພວກກໍ່ການຮ້າຍ 83 ຄົນ ຢູ່ທາງພາກເໜືອ ແລະ ພາກກາງ Sinai ໃນໄລຍະເວລາແຕ່ວັນທີ 28 ຕຸລາ ຫາ 4 ພະຈິກ. ນອກຈາກນັ້ນ, ບັນດາກຳລັງປະກອບອາວຸດ ປະຈຳຖິ່ນກໍ່ໄດ້ຢຶດເກັບອາວຸດ 65 ປະເພດແຕກຕ່າງກັນ ພ້ອມກັບລູກປືນ, ອຸປະກອນລະເບີດປະດິດສ້າງເອງ ແລະ ບັນດາອຸປະກອນນຳໃຊ້ພະລັງແສງຕາເວັນ. ບັນດາກຳລັງປະກອບອາວຸດ ອີຢິບໄດ້ທຳລາຍ ເຮືອນຮັງ ຂອງພວກກໍ່ການຮ້າຍ 14 ແຫ່ງ, ພ້ອມທັງ ໂອໂຕ ແລະ ລົດຈັກຫຼາຍຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ