ບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ ຕ້ອງມີເວລາຕື່ມອີກ

(VOVWORLD) - ຕອນບ່າຍວັນທີ 28 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບນັກຂ່າວຢູ່ ຮ່າໂນ້ຍ, ພາຍຫລັງສິ້ນສຸດກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2. 
ບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ ຕ້ອງມີເວລາຕື່ມອີກ - ảnh 1ທ່ານປະທານາທິບໍດີ Donald Trump ແລະ ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ທີ່ກອງປະຊຸມຂ່າວ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມຂ່າວມີທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ນັກຂ່າວສາກົນ, ຫວຽດນາມ ເປັນຈຳນວນຫລວງຫລາຍ.

        ທ່ານປະທານາທິບໍດີ Donald Trump ໄດ້ເລີ່ມຕົ້ນກອງປະຊຸມຂ່າວດ້ວຍຄວາມຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ຊ່ວຍ ອາເມລິກາ ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2. ທ່ານ Donald Trump ໄດ້ຊົມເຊີຍການພັດທະນາເສດຖະກິດຂອງ ຫວຽດນາມ. ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດ, ທ່ານ Donald Trump ໄດ້ຮັບຮູ້ວ່າ: ທີ່ການພົບປະຄັ້ງນີ້ 2 ຝ່າຍຍັງມີບັນດາຄວາມແຕກຕ່າງກັນ, ເຖິງຢ່າງໃດກໍ່ຕາມ, ຊ່ອງຫວ່າງລະຫວ່າງການນຳ 2 ທ່ານກໍ່ຄືການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ຮັບການປັບປຸງຫລາຍກ່ວາເມື່ອທຽບໃສ່ໄລຍະປີ 2018. ທ່ານ Donald Trump ໃຫ້ຮູ້ວ່າ:

        ຂ້າພະເຈົ້າຄິດວ່າ ການປຶກສາຫາລືແມ່ນດີທີ່ສຸດ, ມີຄວາມສະໜິດສະໜົມ. ພວກຂ້າພະເຈົ້າໄດ້ຈັບມື ແລະ ມີການພົວພັນອົບອຸ່ນ. ສປປ.ເກົາຫຼີ ມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ, ມີເຂດທ່ອງທ່ຽວສວຍງາມ. ສປປ.ເກົາຫຼີ ໃກ້ກັບ ລັດເຊຍ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ແນ່ນອນວ່າ ຈະກາຍເປັນປະເທດມະຫາອຳນາດເສດຖະກິດ.

        ທ່ານ Donald Trump ກໍ່ຢືນຢັນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນປັດຈຸບັນພວມດີງາມ ແລະ ຈະພັດທະນາດີງາມກ່ວາ. ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບປະເທດພັນທະມິດຄື: ຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອຊ່ວຍ ສປປ.ເກົາຫຼີ ພັດທະນາເສດຖະກິດ ແລະ ລົບລ້າງອາວຸດນິວເຄຼຍ.

        ທີ່ກອງປະຊຸມຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍ່ຢືນຢັນວ່າ: ການພົບປະບັນລຸໄດ້ບາດກ້າວໃດໜຶ່ງ, ເຖິງຢ່າງໃດກໍ່ຕາມ ນີ້ແມ່ນບັນຫາທີ່ຍັງຄົງຄ້າງໃນຫລາຍທົດສະວັດຜ່ານມາ, ຕ້ອງມີເວລາຕື່ມອີກ ແລະ ຈິດໃຈຂອງທັງ 2 ຝ່າຍແມ່ນ ສືບຕໍ່ມານະພະຍາຍາມເພື່ອບັນລຸໄດ້ບາດກ້າວຄືບໜ້າດີໃນໄລຍະຈະມາເຖິງ.

  ພາຍຫຼັງສິ້ນສຸດການຖະແຫຼງຂ່າວ, ເວລາ 18 ໂມງ 45 ນາທີ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ