![ບັ້ນຮົບຢຶດຄອງນະຄອນ Mosul ຢູ່ ອີຣັກປະສົບກັບສິ່ງກີດຂວາງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_10_24/irraq.jpg)
ກຳລັງທະຫານຂອງຊາວ Kurd ຢູ່ສະຖານທີ່ຖືກຄວບຄຸມ
(ພາບ:New York Times)
|
(vovworld) - ວັນທີ 23/10, ກຳລັງປະກອບອາວຸດຊາວ Kurd ຢູ່ ອີຣັກ, ຢືນຢັນວ່າ, ໃນບັ້ນຮົບດ້ານການທະຫານເພື່ອແນໃສ່ຢຶດຄອງນະຄອນ Mosul ຈາກບັນດາມືປືນລັດອິດສະລາມ IS ຄືນໃໝ່. ກຸ່ມບໍ່ໄດ້ຮັບການໜູນຊ່ວຍທາງອາກາດຄືດັ່ງບັນດາຄຳໝັ້ນສັນຍາຈາກກອງທະຫານປະສົມໂດຍ ອາເມລິກາເປັນຫົວໜ້າ. ຜູ້ບັນຊາການຊາວ Kurdຢູ່ ອີຣັກ, Mansour Barzani, ໃຫ້ຮູ້ວ່າ, ແທນທີ່ຈະດຳເນີນພາຍຫຼັງໄດ້ຮັບການຮຽກຮ້ອງ, ກອງທະຫານປະສົມພຽງແຕ່ປະຕິບັດການບຸກໂຈມຕີທາງອາກາດໃນຍາມຄຳ່ຄືນເທົ່ານັ້ນ. ຍ້ອນເຫດນັ້ນ, ບັ້ນຮົບບຸກໂຈມຕີ Mosul ຈຶ່ງຖືກຈຳກັດດ້ານໃດດ້ານໜຶ່ງ. ຄຽງຂ້າງນັ້ນ, ກຳລັງຊາວ Kurd ກໍ່ບໍ່ໄດ້ປະກອບອາວຸດຢ່າງຄົບຖ້ວນ, ນຳມາເຊິ່ງຄວາມເສຍຫາຍດ້ານຈຳນວນພົນທະຫານເມື່ອຕໍ່ສູ້ກັບບັນດາມືປືນ IS ທີ່ພວມປ້ອງກັນຖານທີ່ໝັ້ນຍຸດທະສາດສຸດທ້າຍຂອງ IS.