ບັ້ນ​ເຄື່ອນ​ໄຫວ 10.000 ວຽກ​ເຮັດ​ງານ​ທໍາ​ເພື່ອ​ວົງ​ຄະນະ​ຍາດ - ຕ້ານ​ການ​ວ່າງ​ງານ​ໃນ​​ໄລຍະ​ເກີດ​ໂລກລະບາດ”​ ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ກວ່າ 960 ​ແຫ່ງ​ເຂົ້າ​ຮ່ວມ

(VOVWORLD) -  ນັບແຕ່ວັນທີ 10 – 30 ເມສາ 2020, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ສະມາຄົມນັກສຶກສາ - ສະຫະພັນຊາວໜຸ່ມຫວຽດນາມຂອງນະຄອນ ໄດ້ສົມທົບກັບບັນດາຄູ່ຮ່ວມມືຈັດຕັ້ງຜັນຂະຫຍາຍ “ບັ້ນເຄື່ອນໄຫວ10.000 ວຽກເຮັດງານທໍາເພື່ອວົງຄະນະຍາດ - ຕ້ານການວ່າງງານໃນໄລຍະເກີດໂລກລະບາດ”.
ບັ້ນ​ເຄື່ອນ​ໄຫວ 10.000 ວຽກ​ເຮັດ​ງານ​ທໍາ​ເພື່ອ​ວົງ​ຄະນະ​ຍາດ - ຕ້ານ​ການ​ວ່າງ​ງານ​ໃນ​​ໄລຍະ​ເກີດ​ໂລກລະບາດ”​ ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ກວ່າ 960 ​ແຫ່ງ​ເຂົ້າ​ຮ່ວມ - ảnh 1ທ່ານເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຫງວຽນງອກຫວຽດ ມອບຂອງຂວັນໃຫ້ແກ່ນັກສຶກສາຢູ່ຫໍພັກ ເມ໊ຈີ່

        ໄລ່ຮອດຈຸດເວລາປັດຈຸບັນ, ບັ້ນເຄື່ອນໄຫວດັ່ງກ່າວ ໄດ້ດຶງດູດວິສາຫະກິດກວ່າ 960 ແຫ່ງເຂົ້າຮ່ວມ ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ຊາວຜູ້ອອກແຮງງານ. ຜູ້ສະໝັກກວ່າ 10 ພັນຄົນສາມາດຊອກໄດ້ວຽກເຮັດງານທໍາ ແລະ ກວ່າ 17 ພັນຄົນ ກໍາລັງລໍຖ້າການສໍາພາດ, ຊອກວຽກ. ພ້ອມກັນນັ້ນ, ບັ້ນເຄື່ອນໄຫວດັ່ງກ່າວ ໄດ້ເປັນປະຖົມປັດໄຈເພື່ອແຜ່ຂະຫຍາຍເຖິງຫຼາຍບໍລິສັດຮັບສະໝັກພະນັກງານໃນທົ່ວປະເທດເຂົ້າເຮັດວຽກ.

        ສໍາລັບໄລຍະທີ 2 ເຊິ່ງຈະດໍາເນີນພາຍຫຼັງໄລຍະປະຕິບັດການແຍກຫ່າງໃນສັງຄົມ ນັບແຕ່ວັນທີ 4 – 31 ພຶດສະພາ 2020, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ຈະສົມທົບກັບ ເວັບໄຊ Canavi - ເຊິ່ງເປັນເວັບໄຊຊອກຫາວຽກເຮັດງານທໍາ ຈັດຕັ້ງບັນດາກອງປະຊຸມສໍາມະນາຢູ່ທີ່ມະຫາວິທະຍາໄລໃຫຍ່ຫຼາຍແຫ່ງໃນບໍລິເວນຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ