ບໍ່ປະໃຫ້ການຮ້ອງທຸກ, ຮ້ອງຟ້ອງຖືກຄົງຄ້າງ ໃນໄລຍະຍາວ

ບໍ່ປະໃຫ້ການຮ້ອງທຸກ, ຮ້ອງຟ້ອງຖືກຄົງຄ້າງ ໃນໄລຍະຍາວ - ảnh 1
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
(ພາບ: VGP/Lê Sơn)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້ ​ເປັນ​ປະທານ​ກອງປະຊຸມຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ ຕີ​ລາຄາ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ​​ແກ້​ໄຂ​ບັນດາ​ກໍ​ລະ​ນີ ຮ້ອງ​ທຸກ, ຮ້ອງ​ຟ້ອງ​ທີ່​ສັບສົນ, ຖືກ​ຄົງ​ຄ້າງໃນໄລຍະຍາວ. ບົດ​ລາຍ​ງານ​ຂອງ​ອົງການ​ກວດກາ​ລັດຖະບານ​ທີ່​ກອງ​ປະຊຸມ​​ໃຫ້​ຮູ້​ວ່າ: ​ໄລ​ຍະ​ຜ່ານ​ມາ, ​ເລື່ອງ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງທີ່ຍັງ​ຄົງ​ຄ້າງ, ສັບສົນ, ​ແກ່ຍາວ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນຢ່າງ​ຂ້ຽວຂາດ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ. ໝາກຜົນ​ຂອງ​ການ​​ແກ້​ໄຂ​ບັນດາ​ກໍລະນີ​ຮ້ອງທຸກ, ຮ້ອງ​ຟ້ອງ ຍັງ​ຄົງ​ຄ້າງ, ສັບສົນ​ໃນເບື້ອງຕົ້ນໄດ້ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ບຸກຄົນ, ອົງການ​ຈັດ​ຕັ້ງ​​ ​ແລະ ປະກອບສ່ວນ​​ເຮັກສາ​ຄວາມ​ສະຫງົບ, ປອດ​​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອງ​ທາງ​ສັງຄົມ. ທ່ານ​ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ຫງວຽນ​ດຶກ​ແຫ້ງ ​ໃຫ້​ຮູ້​ວ່າ:

        “ບັນດາ​ຂະ​ແໜງ​ການ​ທ້ອງ​ຖີ່​ນຕ້ອງ​ຕິດຕາມ​ກວດກາ, ກຳ​ແໜ້ນ​ສະພາບ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ເມື່ອ​ເຫດການ​ເກີດ​ຂຶ້ນ​ຢ່າງ​ທັນ​ການ ​​ບໍ່​ປະ​ໃຫ້​ກາຍ​ເປັນ​ຈຸດ​ເຄັ່ງຮ້ອນ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ໃນ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ​ຢ່າ​ງຄົບ​ຊຸດ, ມີ​ປະສິດທິ​ຜົນ.”

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖີ່​ນ ຄວນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ​ເປັນ​ຢ່າງ​ດີ, ຈຳກັດກໍລະນີຮ້ອງ​ຟ້ອງ, ຮ້ອງທຸກ​ທີ່ຖືກຄ້າງຄາໃນໄລຍະຍາວ. ປະທານຄະນະກຳມະຫານ​ປະຊາຊົນ​ບັນດາ​ແຂວງ​ຕ້ອງ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ຊີ້​ນຳ​ແກ້​ໄຂ​ກໍລະນີ​ຮ້ອງ​ຟ້ອງ, ຮ້ອງທຸກ​ດ້ວຍ​ຫຼາຍ​ຄົນ ​ແລະ ມີ​ລັກສະນະ​ສັບສົນໂດຍກົງ.

ຂ່າວ/ບົດ​ອື່ນ