ບໍ່ມີຊາວຫວຽດນາມຜູ້ໃດເສຍຊີວິດແລະຮັບບາດເຈັບໃນພາຍຸPam

ບໍ່ມີຊາວຫວຽດນາມຜູ້ໃດເສຍຊີວິດແລະຮັບບາດເຈັບໃນພາຍຸPam - ảnh 1
ພະ​ຍຸ​ພັດເຂົ້າ​​ Vanuatu
(ພາບ: baomoi.com)

(vovworld) – ​​ກ່ຽວຂ້ອງ​ເຖິງສະພາບ​​ປະຊາ​ຄົມ​ຊາວຫວຽດນາມ ອາ​​​ໄສ​ຢູ່ Vanuatu ພາຍຫຼັງ​ປະ​ເທດ​ນີ້​ຖືກ​ພາຍຸ Pam ທຳລາຍ​ໃນ​ວັນ​ທີ 13/3/2015, ກົມ​ສື່​ສານ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ພາຍຸ Pam ອາດ​ຈະ​ພັດໂດຍ​ກົງເຂົ້າ​​ Vanuatu, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຊີ້​ນຳ​ສະຖານທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ, ​ແຈ້ງໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ທີ່​ພວມ​ດຳລົງຊີວິດ​ ​ແລະ ​ເຮັດ​ວຽກ​ຢູ່ Vanuatu ​ເປັນ​ເຈົ້າ​ການຮັບ​ມື​ກັບພາຍຸ​. ສະຖານທູດອົດ​ສະ​ຕາ​ລີ ​ໄດ້​ພົວພັນ​ຕິດ​ຕໍ່​ກັບ​ສະມາຄົມຊາວ ຫວຽດນາມ ​ເພື່ອ​ກຳ​ແໜ້ນ​ສະພາບ​ພາຍຸ ​ແລະ ​ໄດ້​ຮູ້​ວ່າ​ບໍ່​ມີ​ຊາວ ຫວຽດນາມຜູ້​ໃດ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັ​ບ. ປະຈຸ​ບັນ​ສະຖານທູດ ຫວຽດນາມ ພວມ​ສືບ​ຕໍ່​ຕິດຕາມ​ສະພາບການ ​ແລະ ກຽມ​ພ້ອມບັນດາ​ມາດ​ຕະການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອທີ່​ຈຳ​ເປັນ​ ຖ້າ​ມີຂ່າວທີ່​ກ່ຽວຂ້ອງ​ເຖິງຊາວ ຫວຽດນາມ ອາ​ໄສ​ຢູ່ Vanuatu ປະສົບ​ຄວາມ​ຫຍຸ້ງ​ຍາກ​ພາຍຫຼັງ​ພາຍຸ Pam.

ຂ່າວ/ບົດ​ອື່ນ