ບໍ່ມີພົນລະເມືອງຫວຽດນາມ ບາດເຈັບຫຼືເສຍຊີວິດຍ້ອນບັນເຫດບຸກໂຈມຕີກໍ່ການຮ້າຍຢູ່ທາງພາກເໜືອໂມຊຳບິກ

(VOVWORLD) -ມາຮອດປະຈຸບັນ, ບໍ່ມີພົນລະເມືອງຫວຽດນາມ ຖືກນາບຂູ່ເຖິງຊີວິດ ຫຼື ຮັບບາດເຈັບ ຍ້ອນບັນດາເຫດບຸກໂຈມຕີກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ທາງທິດເໜືອໂມຊຳບິກ.
ບໍ່ມີພົນລະເມືອງຫວຽດນາມ ບາດເຈັບຫຼືເສຍຊີວິດຍ້ອນບັນເຫດບຸກໂຈມຕີກໍ່ການຮ້າຍຢູ່ທາງພາກເໜືອໂມຊຳບິກ - ảnh 1ເທດສະບານ Palma
(ພາບ: Clubofmozambique/TTXVN)

ໂດຍແບ່ງປັນກ່ຽວກັບຄວາມວິຕົກກັງວົນຕໍ່ເລື່ອງບັນດາເຫດບຸກໂຈມຕີແນໃສ່ຊາວຕ່າງປະເທດຢູ່ທາງພາກເໜືອໂມຊຳບິກ ສືບຕໍ່ເພີ່ມຂຶ້ນ. ຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ເລຮຸຍຮ່ວາງ ໃຫ້ຮູ້ວ່າ, ສະຖານທູດຫວຽດນາມ ຍາມໃດກໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ກ່າວເຕືອນພົນລະເມືອງຫວຽດນາມ ເປັນປະຈຳ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດອິນຊີ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ມາຮອດປະຈຸບັນ, ບໍ່ມີພົນລະເມືອງຫວຽດນາມ ຖືກນາບຂູ່ເຖິງຊີວິດ ຫຼື ຮັບບາດເຈັບ ຍ້ອນບັນດາເຫດບຸກໂຈມຕີກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ທາງທິດເໜືອໂມຊຳບິກ.

        ແຈ້ງການຂອງສຳນັກຂ່າວສານລັດຖະບານ ອາຟະລິກາໃຕ້ (SANews) ໃຫ້ຮູ້ວ່າ, ການປະທະກັນໄດ້ເພີ່ມຂຶ້ນຢູ່ເຂດດັ່ງກ່າວນັບແຕ່ວັນທີ 26 ມີນາ ຜ່ານມາ ໄດ້ເຮັດໃຫ້ນັບສີບຄົນເສຍຊີວິດ, ໃນນັ້ນມີປະມານ 60 ຄົນໄດ້ຮັບຖືວ່າພວມຫາຍສາບສູນ ພາຍຫຼັງທີ່ກຸ່ມກໍ່ການຮ້າຍ Ahlu Sunna Wal Jammah ບຸກໂຈມຕີໃສ່ Palma ເມື່ອວັນທີ 24 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ