ບຣາຊິນ ຕີລາຄາສູງການຮ່ວມມືກັບລັດເຊຍ, ຈີນ

(VOVWORLD) -ທ່ານປະທານາທິບໍດີ Jair Bolsonaro ສະແດງຄວາມປາດຖະໜາ ຢາກຫັນບັນດາປະເພດສິນຄ້າສົ່ງອອກຂອງບຣາຊິນ ໄປຍັງລັດເຊຍ ເປັນຫຼາຍຮູບຫຼາຍແບບ
ບຣາຊິນ ຕີລາຄາສູງການຮ່ວມມືກັບລັດເຊຍ, ຈີນ - ảnh 1 ທ່ານປະທານາທິບໍດີບຣາຊິນ Jair Bolsonaro
(ພາບ: AFP/TTXVN)

ວັນທີ 09 ກັນຍາ, ທ່ານປະທານາທິບໍດີບຣາຊິນ Jair Bolsonaro ຢືນຢັນວ່າ “ສຳພັນທະມິດຍຸດທະສາດ” ລະຫວ່າງປະເທດນີ້ກັບລັດເຊຍ, ໃນນັ້ນເຕື້ອງເຖິງ “ການພົວພັນ 2 ຝ່າຍທີ່ມີຂອບຂະໜາດໃຫຍ່” ແລະ ການ “ພົວພັນດ້ານການເມືອງອັນດີງາມ” ລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັນຂຶ້ນແຖວໜ້າໂລກ (BRICS) ຄັ້ງທີ 13 ເຊິ່ງຈັດຂຶ້ນແບບທາງໄກ, ທ່ານປະທານາທິບໍດີ Jair Bolsonaro ສະແດງຄວາມປາດຖະໜາ ຢາກຫັນບັນດາປະເພດສິນຄ້າສົ່ງອອກຂອງບຣາຊິນ ໄປຍັງລັດເຊຍ ເປັນຫຼາຍຮູບຫຼາຍແບບ, ອີງໃສ່ທິດທາງຂອງທັງ 2 ພື້ນຖານເສດຖະກິດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ນອກນັ້ນ, ທ່ານ Jair Bolsonaro ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມືກັບຈີນ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ