ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ປຶກສາຫາລືຍູ້ໄວການເຊື່ອມຈອດ ອາຊຽນ

ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ  ປຶກສາຫາລືຍູ້ໄວການເຊື່ອມຈອດ ອາຊຽນ - ảnh 1
ພາບປະກອບ
(ພາບ: baocongthuong.com)

(vovworld) – ວັນ​ທີ 25/4 ຈະ​ມາ​ເຖິງ​, 4 ປະ​ເທດ​ສະມາຊິກ ອາ​ຊຽນ ​ເຊິ່ງລວມມີ: ບຣຸ​ໄນ, ອິນ​ໂດ​ເນ​ເຊຍ, ມາ​​​ເລ​ເຊຍ, ຟີ​ລິບ​ປິນ ຈະ​ຈັດ​ຕັ້ງ​ການ​ປຶກສາ​ຫາ​ລື​ແຜນການ​ເຊື່ອມ​ຈອດ ອາ​ຊຽນ, ​ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 22 ທີ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫລວງ Bandar Seri Begawan ຂອງ ບຣຸ​ໄນ. ຕາມ​ແຈ້ງ​ຂ່າວ​ຈາກ​ຄະນະ​ຈັດ​ຕັ້ງ​ແລ້ວ, ດ້ວຍ​ຊື່ວ່າ: ພາກ​ພື້ນ​ເຕີບ​ໂຕ ອາ​ຊຽນ ຕາ​ເວັນ​ອອກ ບຣຸ​ໄນ,  ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ ຄັ້ງ​ທີ 9 (ຫຼື BIMP - EAGA), ​ໂຄງການ​ຈະ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ເຊື່ອມ​​ໂຍງ​ເສດຖະກິດ ລະຫວ່າງ 4 ປະ​ເທດ - ​ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມານະ​ພະຍາຍາມ​ນຳ ອາ​ຊຽນກາຍ​ເປັນ​ລະບອບ​ຄ້າຍຄື​ກັບ​ສະຫະພາບ ​ເອີ​ລົບ ​ໃນ​ປີ 2015.  ​ແຈ້ງ​ຂ່າວ​ຊີ້​ແຈງ​ວ່າ: “​ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ປະຈຸ​ບັນ ກໍ່​ຄື​ບັນດາ​ໂຄງການ​ສະ​ເໜີ​ໃໝ່, ບັນດາ​ວຽກ​ງານ​ທີ່​ປະຈຸ​ບັນ​ຍັງ​ແນ​ໃສ່​ຮັບ​ໃຊ້​ຈຸດໝາຍ​ເພີ່ມ​ທະວີ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ BIMP - EAGA”. ຄາດ​ວ່າ, ການ​ນຳ 4 ປະ​ເທດ​ຈະ​ປຶກສາ​ຫາລື​ເລື່ອງ​ເພີ່ມ​ລະດັບ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ບຸລິມະ​ສິດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ຂົນ​ສົ່ງ, ພະລັງງານ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ວາລະສານ “Private Equity International”, ອາ​ຊຽນ ຈະ​ຕ້ອງການ​ຈຳນວນ​ເງິນ 1.000 ຕື້ USD ​ໃນ​ 7 ປີ​ຂ້າງໜ​້າ​ເພື່ອ​ບັນລຸ​ຈຸດໝາຍ​ພື້ນຖານ​ໂຄງ​ລ່າງ​ຂອງ​ຕົນ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ