ບໍລິຈາກອະໄວຍະວະ ແມ່ນຜົນງານສຳຄັນຂອງ ຂະແໜງສາທາລະນະສຸກ ຫວຽດນາມ


ບໍລິຈາກອະໄວຍະວະ ແມ່ນຜົນງານສຳຄັນຂອງ ຂະແໜງສາທາລະນະສຸກ ຫວຽດນາມ - ảnh 1

(ພາບປະກອບ: hanoimoi.com.vn)

(vovworld)- ​ ​ ​ຕອນ​ບ່າຍ​ວັນ​ທີ 29/12 ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນສຸກ ຫວຽດນາມ​ ​ໄດ້​ຈັດລາຍການ​​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ຄົນ​ເຈ​ັບ​ເຄີຍ​ໄດ້​ຮັບ​ຜ່າຕັດ​ປ່ຽນ​ອະ​ໄວ​ຍະ​ວະ ​ແລະ ຜູ້​ຊ່ຽວຊານ​ປະຕິບັດ​ເຕັກນິກການຜ່າຕັດ​​ນີ້​ຫຼາຍ​ຄົນ. ລາຍການ​ມີ​ຊື່ວ່າ: “​ເມື່ອ​ຊີວິດໄດ້​ຮັບ​ການ​ແບ່ງປັນ​“ ​ແລະ ​ໄດ້​ຮັບ​ການຖ່າຍ​ທອດ​ສົດທາງ​ໂທລະພາບ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOVTV). ນະ​ທີ່​ນີ້, ຮອງ​ສາດສະດາຈານ, ດຣ ຫງວຽນ​ຕຽນ​ກວຽດ, ຜູ້ອຳນວຍການ​ໂຮງໝໍ​ຫວຽດ-ດຶກ​ໃຫ້​ຮູ້​ວ່າ: ການຜ່າຕັດ​ປ່ຽນ​ອະ​ໄວ​ຍະ​ວະ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນງານ​ສຳຄັນ​ຂອງ​ຂະ​ແໜງສາທາລະນສຸກ ຫວຽດນາມ​ ດ້ວຍ​ສູນ 14 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ໄດ້​ປະຕິບັດ​ວຽກ​ງານ​ນີ້. ລະດັບ​ດ້ານ​ເຕັກນິກ ​ແລະ ຄວາມ​ສາມາດ​ຜ່າຕັດປ່ຽນ​ອະ​ໄວ​ຍະ​ວະ​ຂອງ​ຫວຽດນາມ ບໍ່​ດ້ອຍ​ກ່ວາ​ບັນດາ​ປະ​ເທດ​ພັດທະນາ, ຊ້ຳບໍ່​ໜຳ​ຍັງ​ສາມາດ​ປະຕິບັດ​ບັນດາ​ກໍລະນີ​ສັບສົນ​ກ່ວາ​ອີກ​ດ້ວຍ.

 ຕາມ​ແຜນການ​ຂອງ​ກະຊວງ​ສາທາລະນະສຸກ ຫວຽດນາມ​ ​ແລ້ວ, ຮອດ​ປີ 2015, ຫວຽດນາມ ຈະ​ປະຕິບັດ​ບັນດາ​ເຕັກນິກ​ຜ່າຕັດ​ຍາກ​ຄື: ຜ່າຕັດ​ປ່ຽນ​ໝາກ​ຫົວ​ໃຈ, ປອດ ​ແລະ ​ໃສ້./.

 

ຂ່າວ/ບົດ​ອື່ນ