ບໍລິສັດໃຫຍ່ລົງທຶນແລະດຳເນີນທຸລະກິດດ້ວຍທຶນຂອງລັດສົ່ງເສີມການລົງທຶນຢູ່ລັດເຊຍ

ບໍລິສັດໃຫຍ່ລົງທຶນແລະດຳເນີນທຸລະກິດດ້ວຍທຶນຂອງລັດສົ່ງເສີມການລົງທຶນຢູ່ລັດເຊຍ - ảnh 1
(​ກອງ​ປະ​ຊຸ​ມ​ສຳ​ມະ​ນາ “ກາ​ລະ​ໂອ​ກາດ​ລົງ​ທຶນ​
ຢູ່​ສະ​ຫະ​ພັນ​ລັດ​ເຊຍ ແລະ ຫວຽດ​ນາມ - ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື”)


(vovworld) - ໃນ​ລະ​ຫວ່າງວັນ​ທີ 27 – 30/03, ຄະ​ນະ​ປະ​ຕ​ິ​ບັດ​ງານ​ຂອງ​ບໍ​ລິ​ສັດ​ໃຫຍ່​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ທຶນ​ຂອງ​ລັດ (SCIC) ໂດຍ​ຜູ້​ອຳ​ນວຍ​ການ​ໃຫຍ່ ລ້າຍ​ວັນ​ດ້າວ, ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​​ໄປ​ປະ​ຕິ​ບັດ​ງານ​​ຢູ່ສະ​ຫະ​ພັນ​ລັດ​ເຊຍ ເພື່ອ​ປະ​ຕິ​ບັດ​ການ​ສົ່ງ​ເສີມ​ການ​ລົງ​ທຶນ. ວັນ​ທີ 29/03, ຢູ່​ນະ​ຄອ​ນ​ຫຼວງ​ມົດ​ສະ​ກູ, SCIC ໄດ້​ຈ​ັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ “ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ ແລະ ຫວຽດ​ນາມ - ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື” ​ດ້ວຍ​ຈຸດ​ປະ​ສົງ​ແນ​ໃສ່​ເຊື່ອມ​ຕໍ່​ນັກ​ລົງ​ທຶນ​ລັດ​ເຊຍ ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ SCIC, ຍູ້​ແຮງ​ການ​ເຄື່ອນ​ໄຫວ​​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຢູ່​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ຊຸກ​ຍູ້​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຫວຽດນາມ ແລະ ລັດ​ເຊຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຜູ້​ຕາງ​ໜ້າ​ຂອງ SCIC ແລະ ກະ​ຊວງ​ພັດ​ທະ​ນາ​ເສດ​ຖະ​ກິດ​ລັດ​ເຊຍ ໄດ້​ແນະ​ນຳ​ສະ​ພາບ​ແວດ​ລ້ອມ ແລະ ຄວາມ​ສາ​ມາດ​ດຶງ​ດູູດ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ແລະ ລັດ​ເຊຍ, ກໍ​ຄື​​ແນະ​ນຳ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກາ​ລະ​ໂອ​ກາດ​​ສົ່ງ​ອ​ອກສິນ​ຄ້າ​ໄປ​ຍັງ​ຕະ​ຫຼາດ​ລັ​ດ​ເຊຍ ແລະ ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ລັດ​ເຊ​ຍ ຮ່ວ​ມ​ມື​ລົງ​ທຶນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​​ທີ່ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ SCIC. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ​ຜູ້​ອຳ​ນວຍ​ການ​ໃຫຍ່ ລ້າຍ​ວັນ​ດ້າວ ຫວັງວ່າ, ກາ​ນ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ຄັ້ງ​ນີ້​ຈະ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ເພື່ອ​ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ລັດ​ເຊຍ ຮ່ວມ​ມື​ລົງ​ທຶນ​ພ້ອມ​ກັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ພ້ອມ​ກັນ​ພັດ​ທະ​ນາ.

        ກ່ອນ​ໜ້ານັ້ນ, ວັນ​ທີ 28/03, ໄດ້​​ດຳ​ເນີນ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳການ​ຮ່ວມ​ມື​ລະ​ຫວ່າງ SCIC ແລະ ທະ​ນາ​ຄານ​ການຄາ້​ຕ່າງ​ປະ​ເທດ​ລັດ​ເຊຍ (VTB).


ຂ່າວ/ບົດ​ອື່ນ