ບໍລິສັດໄທຄາດຄະເນເປີດສາຍລົດເມໄທ-ລາວ-ຫວຽດນາມ

ບໍລິສັດໄທຄາດຄະເນເປີດສາຍລົດເມໄທ-ລາວ-ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ບໍລິສັດ​ຂົນ​ສົ່ງ​ແຫ່ງ​ລັດ Transport Co ຂອງ​ ໄທ ມີ​ແຜນ​ການເປີດ​ບໍລິການ​ລົດ​ເມ​ໂດຍສານ​ເຊື່ອມ​ຕໍ່ 3 ປະ​ເທດ ​ໄທ, ລາວ ​ແລະ ຫວຽດນາມ. ຜູ້​ຮັກສາ​ການ​ປະ​ທານ Transport Co ທ່ານ ນົບ​ພະ​ວັດ ກາຣຸນຢະ​ວະນິກ ​ໃຫ້​ຮູ້​ວ່າ: ບໍລິສັດ​ພວມ​ເຈລະຈາ​ກັບ​ອຳນາດ​ການ​ປົກຄອງ 2 ປະ​ເທດ ລາວ ​ແລະ ຫວຽດນາມ ​ເພື່ອ​ເປີດ​ສາຍ​ລົດ​ເມ​ຈາກ​ແຂວງ ນະຄອນ ພະນົມ (​ໄທ) ຜ່ານ​ນະຄອນ ທາ​ແຂກ (​ແຂວງ ຄຳ​ມ່ວນ ຂອງ ລາວ) ​ເຖິງ​ແຂວງ ຮ່າ​ຕິງ (ຫວຽດນາມ). ຕາມ​ທ່ານ ນົບ​ພະ​ວັດ ກາຣຸນຢະ​ວະນິກ ​ແລ້ວ, ບໍລິສັດ Transport Co ​ໄດ້​ສຸມ​ໃສ່​ພັດທະນາ​ການບໍລິການ​ໂດຍສານ​ຂ້າມ​ຊາຍ​ແດນ​ໄລຍະ​ໜຶ່ງ​ແລ້ວ, ​ແຕ່​ຫົວຄິດ​ປະດິດ​ສ້າງ​ໃໝ່​ນີ້​ຈະ​ແມ່ນ​ການບໍລິການ​ລົດ​ເມ​ທຳ​ອິດ​ທີ່ເຊື່ອມ​ຕໍ່ 3 ປະ​ເທດ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຄົມມະນາຄົມ ​ໄທ ອາຄົມ ​ເຕີມ​ພິດ​ທະ​ຢາ​ໄພສິດ ຫວັງວ່າ,  ລາວ, ​ໄທ ​ແລະ ຫວຽດນາມ ອາດ​ສາມາດ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ກ່ຽວ​ກັບການ​ບໍລິການ​ລົດ​ເມ​ດັ່ງກ່າວ​ໃນ​ເດືອນ 7 ນີ້.

ຂ່າວ/ບົດ​ອື່ນ