ບູລະນະ,ປະຕິສັງຂອນອະນຸສາວະລີ“ຄວາມສາມັກຄີສຳພັນສູ້ຮົບຫວຽດນາມ-ລາວ”

ບູລະນະ,ປະຕິສັງຂອນອະນຸສາວະລີ“ຄວາມສາມັກຄີສຳພັນສູ້ຮົບຫວຽດນາມ-ລາວ” - ảnh 1
ອະນຸສາວະລີ“ຄວາມສາມັກຄີສຳພັນສູ້ຮົບຫວຽດນາມ-ລາວ”
photo:quangtri.gov.vn


(vovworld)-ນີ້​ແມ່ນ​ໝາກຜົນ​ຂອງ​ການ​ເຮັດ​ວຽກ​ໃນ​ວັນ​ທີ 6/3 ລະຫວ່າງ​ຄະນະ​ຜູ້​ແທນ​ຄະນະ​ສະ​ເພາະ​ກິດ ລັດຖ​ະບານ​ຫວຽດນາມ​ໂດຍ ພົນ​ຕີ ດາວ​ຢີມີ​ງ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ການ​ເມືອງ​ເປັນ​ຫົວຫນ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ຄະນະ​ສະ​ເພາະ​ກິດ ລັດຖະບານ ລາວ ​ໂດຍ ພົນ​ຈັດຕະວາ ວິໄລ ຫຼ້າຄຳຟອງ, ຮອງ​ຫົວຫນ້າ​ກົມ​ໃຫຍ່ການ​ເມືອງ​ນຳ​ຫນ້າ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ເຫັນ​ດີ ບູລະນະ, ປະຕິສັງ​ຂອນ, ຍົກ​ລະດັບ​ອະນຸສາວະລີ“ຄວາມ​ສາມັກຄີ​ສຳພັນ​ສູ້​ຮົບ​ຫວຽດນາມ-​ລາວ” ຢູ່ ​ແຂວງ​ບໍລິ​ຄຳ​ໄຊ, ຊຽງ​ຂວາງ, ອັດ​ຕະປື ​ແລະ ຢູ່ ​ເມືອງ ປາກ​ຊອ່ງ ຂຶ້ນ​ກັບ​ແຂວງ ຈຳປາ​ສັກ. ສອງ​ຝ່າຍ​ກໍ​ເຫັນ​ດີ​ບາງ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕາມ​ແຜນການ​ໃນ​ປີ 2014 ​ເພື່ອຊອກ​ຄົ້ນອັດຖິ​ນັກຮົບ​ທີ່​ເສຍ​ສະຫລະ​ຊີວິດ​ໃນ​ປາງ​ສົງຄາມ, ​ເຫັນ​ດີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພົບ​ປະ​ຄັ້ງ​ທີ 19 ລະຫວ່າງ​ສອງ​ຝ່າຍ​ຢູ່ ຫວຽດນາມ​ໃຈ​ຈຸດ​ເວລາ​ທີ່​ເໝາະ​ສົມ.

 

 

 

ຂ່າວ/ບົດ​ອື່ນ