ບາງຂໍ້ໃນແຜນການ “Brexit ບໍ່ມີໃນຂໍ້ຕົກລົງ”

(VOVWORLD) - ທ່ານລັດຖະມົນຕີຮັບຜິດຊອບ Brexit Dominic Raab ໃຫ້ຮູ້ວ່າ: ເປົ້າໝາຍຂອງລັດຖະບານ ອັງກິດ ແມ່ນຈະບັນລຸໄດ້ຂໍ້ຕົກລົງກັບ ບຣຸກແຊນ ໃນກາງເດືອນ ພະຈິກ ຈະມາເຖິງ,
ບາງຂໍ້ໃນແຜນການ “Brexit ບໍ່ມີໃນຂໍ້ຕົກລົງ” - ảnh 1 ທ່ານລັດຖະມົນຕີຮັບຜິດຊອບ Brexit ຂອງ ອັງກິດ Dominic Raab (ຊ້າຍ) ແລະ ທ່ານຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ Michel Barnier  ພາບ: AFP/TTXVN

ໄປຄຽງຄູ່ກັນນັ້ນ, ລັດຖະບານຍັງຄົງຊຸກຍູ້ແຜນການກະກຽມໃຫ້ແກ່ກໍລະນີຖອນອອກຈາກ ອີຢູ ຊຶ່ງບໍ່ສາມາດບັນລຸໄດ້ຂໍ້ຕົກລົງສະບັບໃດ. ພາຍຫລັງກອງປະຊຸມຄະນະລັດຖະບານທີ່ກ່ຽວຂ້ອງເຖິງບັນຫານີ້, ວັນທີ 13 ກັນຍາ, ລັດຖະບານ ອັງກິດ ໄດ້ປະກາດແຜນການລວມມີເອກະສານໃໝ່ 28 ສະບັບ ເພື່ອກະກຽມໃຫ້ແກ່ກໍລະນີ “Brexit ບໍ່ບັນລຸໄດ້ຂໍ້ຕົກລົງ”.

        ແຜນການທີ່ກະກຽມໃຫ້ແກ່ກໍລະນີ “Brexit ບໍ່ບັນລຸໄດ້ຂໍ້ຕົກລົງ” ນັ້ນ ລວມມີບັນດາຈຸດຕົ້ນຕໍຄືດັ່ງນີ້. ຊາວ ອັງກິດ ອາດຈະຕ້ອງຂໍອອກໃບຂັບຂີ່ສາກົນເມື່ອເຂົາເຈົ້າຂັບລົດຢູ່ບັນດາປະເທດ ເອີຣົບ, ຍ້ອນວ່າ ນັບແຕ່ພາຍຫລັງເດືອນ ມີນາ 2019, ໃບຂັບຂີ່ຂອງພົນລະເມືອງ ອັງກິດ ຈະບໍ່ມີຜົນສັກສິດຢູ່ບັນດາປະເທດ ອີຢູ. ຄາດວ່າ ຈະມີໃບຂັບຂີ່ສາກົນ 2 ຊະນິດ ແລະ ຜູ້ຂັບລົດສາມາດຍື່ນໃບສະເໜີຂໍໜັງສືອະນຸຍາດຢູ່ໂຮງໄປສະນີ 2.500 ແຫ່ງໃນທົ່ວປະເທດນັບແຕ່ເດືອນ ກຸມພາ ປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ