ບາງ​ປະ​ເທດ ເອີ​ລົບ ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ເພື່​ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກືອບ​ທັງ​ໝົດ

(VOVWORLD) -ສະວິດກາຍເປັນປະເທດຕໍ່ໄປ ທີ່ປະກາດຍົກເລີກມາດຕະການຈຳກັດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເກືອບທັງໝົດ ຍ້ອນບັນດາເງື່ອນໄຂໃນປັດຈຸບັນ ເອື້ນອຳນວຍໃຫ້ປະເທດນີ້ ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ.
ບາງ​ປະ​ເທດ ເອີ​ລົບ ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ເພື່​ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກືອບ​ທັງ​ໝົດ - ảnh 1ພາບປະກອບ: Reuters

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 418 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 5,86 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຜູ້ຕິດເຊື້ອເກືອບ 80 ລ້ານຄົນ ແບະ ຜູ້ເສຍຊີວິດ ກ່ວາ 952.000 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ເອີລົບ, ສະວິດກາຍເປັນປະເທດຕໍ່ໄປ ທີ່ປະກາດຍົກເລີກມາດຕະການຈຳກັດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເກືອບທັງໝົດ ຍ້ອນບັນດາເງື່ອນໄຂໃນປັດຈຸບັນ ເອື້ນອຳນວຍໃຫ້ປະເທດນີ້ ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ.

ເຢຍລະມັນກໍ່ຈະ ຍົກເລີກມາດຕະການຈຳກັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເກືອບທັງໝົດ ຕາມ 3 ຂັ້ນຕອນ ໃນສະພາບການທີ່ຫຼາຍໆທ້ອງຖິ່ນຂອງປະເທດນີ້ ລ້ວນແຕ່ຜ່ານໄລຍະທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດຈາກການແຜ່ລະບາດຂອງສາຍພັນ Omicron.

ຕອບກັບ

ຂ່າວ/ບົດ​ອື່ນ