ບາດກ້າວພັດທະນາໃໝ່ ໃນການພົວພັນຮ່ວມມື ຫວຽດນາມຮຸງກາຣີ ແລະ ແດນມາກ

ບາດກ້າວພັດທະນາໃໝ່ ໃນການພົວພັນຮ່ວມມື ຫວຽດນາມຮຸງກາຣີ ແລະ ແດນມາກ - ảnh 1
ການເຄື່ອນໄຫວ ຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ແດນ​ມາກ
(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແລະ​ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ​ຮຸງ​ກາ​ຣີ ​​ໃນ​ລະຫວ່າງ​ວັນ​ທີ 15-17/9 ແລະ ​ລາຊະ​ອານາຈັກແດນ​ມາກ ​ແຕ່​ວັນ​ທີ 18-20/9 ຢ່າງ​ຈົບງາມ. ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ຄັ້ງ​ນີ້​ໄດ້​ເປີດ​ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ໃໝ່​ລະຫວ່າງ​ຫວຽດນາມ ​ແລະ ຮຸງ​ກາຣີ, ພ້ອມ​ທັງ​ຍົກ​ລະດັບ​ການ​ພົວພັນ​ຫວຽດນາມ - ​ແດນ​ມາກ ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ສອງ​ພາກ​ພື້ນ. ພິ​ເສດ​ໃນ​ການ​ຢ້ຽມຢາມ​ແດນ​ມາກ​ ຄັ້ງ​ນີ້, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ​ກັບ​ຄູ່​ຮ່ວມ​ມື​ແດນ​ມາກ ​ໃນ​ບັນດາ​ຂົງ​ເຂດ​ວັດ​ສະ​ດຸ​ກໍ່ສ້າງ, ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂຽວ, ການ​ເງິນ - ທະນາຄານ... ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ນ​ມິນ​ຖື​ວ່າ:

ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແມ່ນ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ຄັ້ງ​ທີ 11, ນັ້ນ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ຮຸງ​ກາຣີ ​ແລະ ​ແດນ​ມາກ ​ແມ່ນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ມີ​ການ​ພົວພັນ​ກັບ​ຫວຽດນາມ​ມາ​ແຕ່​ດົນ​ນານ. ພິ​ເສດ​ແມ່ນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ຂົງ​ເຂດ​ຕ່າງໆ. ບັນດາ​ທ່າ​ແຮງ​ຂອງ​ຮຸງ​ກາຣີ ​ແລະ ​ແດນ​ມາກ ກໍ່​ແມ່ນ​ຂົງ​ເຂດ​ທີ່​ພວກ​ເຮົາ​ສາມາດ​ຮ່ວມ​ມື​ໄດ້​ເພື່ອ​ຮັບ​ໃຊ້​ຈຸດປະສົງ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ພວກ​ເຮົາ

 

ຂ່າວ/ບົດ​ອື່ນ