ບ່າ​ເຣ້ຍ - ຫວູງ​ເຕົ່າ - ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ດູດ​ດື່ມ​ສຳ​ລັບ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ

(VOVWORLD) -ດ້ວຍທີ່ຕັ້ງພູມີສາດທີ່ສະດວກແກ່ການແລກປ່ຽນການຄ້າສາກົນ; ຢູ່ໃກ້ນະຄອນ ໂຮ່ຈີມິນ - ເຊິ່ງເປັນໜຶ່ງໃນບັນດາສູນເສດຖະກິດແຖວໜ້າຂອງ ຫວຽດນາມ; ດ້ວຍພື້ນຖານໂຄງລ່າງທີ່ມີຢູ່ແລ້ວຄື ທ່າກ່ຳປັ່ນ, ຢູ່ໃກ້ສະໜາມບິນສາກົນ; ມີພື້ນຖານໂຄງລ່າງນຳເຂົ້າ ອາຍແກັດເຫຼວ (LNG) ເປັນປັດໄຈດຶງດູດນັກລົງທຶນ ອົດສະຕາລີ ເຂົ້າມາ ບ່າເຣ້ຍ - ຫວູງເຕົ່າ. 
ບ່າ​ເຣ້ຍ  - ຫວູງ​ເຕົ່າ - ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ດູດ​ດື່ມ​ສຳ​ລັບ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ - ảnh 1ພິທີບົດລາຍງານ (ພາບ: VOV)

ສູນ Perth USAsia ມີສຳນັກງານຕັ້ງຢູ່ລັດ ອົດສະຕາລີ ຕາເວັນຕົກ, ວັນທີ 23 ພະຈິກ ໄດ້ປະກາດບົດລາຍງານດ້ວຍຫົວຂໍ້ “ແຂວງ ບ່າເຣ້ຍ - ຫວູງເຕົ່າ: ນຳໜ້າໃນການພົວພັນທາງດ້ານເສດຖະກິດລະຫວ່າງ ອົດສະຕາລີ ແລະ ຫວຽດນາມ”. ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍທີ່ຕັ້ງພູມີສາດທີ່ສະດວກແກ່ການແລກປ່ຽນການຄ້າສາກົນ; ຢູ່ໃກ້ນະຄອນ ໂຮ່ຈີມິນ - ເຊິ່ງເປັນໜຶ່ງໃນບັນດາສູນເສດຖະກິດແຖວໜ້າຂອງ ຫວຽດນາມ; ດ້ວຍພື້ນຖານໂຄງລ່າງທີ່ມີຢູ່ແລ້ວຄື ທ່າກ່ຳປັ່ນ, ຢູ່ໃກ້ສະໜາມບິນສາກົນ; ມີພື້ນຖານໂຄງລ່າງນຳເຂົ້າ ອາຍແກັດເຫຼວ (LNG) ເປັນປັດໄຈດຶງດູດນັກລົງທຶນ ອົດສະຕາລີ ເຂົ້າມາ ບ່າເຣ້ຍ - ຫວູງເຕົ່າ. ນັກຄົ້ນຄວ້າ Kyle Springer, ຜູ້ເຮັດບົດລາຍງານດັ່ງກ່າວ ໃຫ້ຂໍ້ສັງເກດວ່າ ບັນດາປັດໄຈເຫຼົ່ານັ້ນ ແມ່ນປັດໄຈຕົ້ນຕໍນຳແຂວງ ບ່າເຣ້ຍ - ຫວູງເຕົ່າ ກາຍເປັນສະຖານທີ່ລົງທຶນທີ່ໄດ້ຮັບຄວາມຊົມຊອບຈາກວິສາຫະກິດ ອົດສະຕາລີ.

        “ບົດລາຍງານ ບໍ່ພຽງແຕ່ຊີ້ໃຫ້ເຫັນວ່າ ບັນດາປັດໄຈໄດ້ປະສານເຂົ້າກັນ ບວກກັບທັດສະນະສະໜັບສະໜູນການລົງທຶນຂອງແຂວງ ໄດ້ເຮັດໃຫ້ແຂວງ ບ່າເຣ້ຍ - ຫວູງເຕົ່າ ກາຍເປັນທ້ອງຖິ່ນນຳໜ້າໃນການຮ່ວມສຳພັນເສດຖະກິດລະຫວ່າງ ອົດສະຕາລີ ແລະ ຫວຽດນາມ. ບັນດາລັກສະນະນີ້ ຍັງນຳແຂວງ ບາເຣ້ຍ - ຫວູງເຕົ່າ ກາຍເປັນໜຶ່ງໃນບັນດາສະຖານທີ່ທີ່ດູດດື່ມແຖວໜ້າຂອງນັກລົງທຶນຕ່າງປະເທດຢູ່ ຫວຽດນາມ. ໃນສະພາບການທີ່ ອົດສະຕາລີ ພວມຫັນການພົວພັນທາງດ້ານການລົງທຶນ - ການຄ້າກັບບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນເປັນຫຼາຍຮູບຫຼາຍແບບ, ໃນນັ້ນມີ ຫວຽດນາມ, ບ່າເຣ້ຍ - ຫວູງເຕົ່າ ແມ່ນສະຖານທີ່ລົງທຶນທີ່ເໝາະສົມ”.

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ