ບາ​ເຣັ​ນ ເປັນ​ປະ​ເທດ​ທຳ​ອິດ​ໃຫ້​ສັດ​ຕ​ະ​ຍາ​ບັນ​ການ​ນຳ​ໃຊ້​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ຂອງ​ບໍ​ລິ​ສັດການ​ຢາ AstraZeneca ໂດຍ​ດ່ວນ

(VOVWORLD) -ຢາ Evusheld ຫຼື ຍັງເອີ້ນວ່າ AZD7442 ແມ່ນຢາຕ້ານເຊື້ອ ປິ່ນປົວພະຍາດໂຄວິດ - 19 ຊະນິດທຳອິດຂອງ AstraZeneca.  
ບາ​ເຣັ​ນ ເປັນ​ປະ​ເທດ​ທຳ​ອິດ​ໃຫ້​ສັດ​ຕ​ະ​ຍາ​ບັນ​ການ​ນຳ​ໃຊ້​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ຂອງ​ບໍ​ລິ​ສັດການ​ຢາ AstraZeneca ໂດຍ​ດ່ວນ - ảnh 1ວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ  AstraZeneca (ພາບ: IRNA/TTXVN)

ວັນທີ 14 ພະຈິກ, ສຳນັກຂ່າວສານ ບາເຣັນ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ໄດ້ໃຫ້ສັດຕະຍາບັນການນຳໃຊ້ຢາປິ່ນປົວພະຍາດໂຄວິດ - 19 ທີ່ມີຊື່ວ່າ Evusheld ຂອງ ບໍລິສັດການຢາ AstraZeneca ໂດຍດ່ວນ, ເຊິ່ງເປັນປະເທດທຳອິດໃນໂລກທີ່ໃຫ້ສັດຕະຍາບັນນຳໃຊ້ຢາຊະນິດນີ້. ຕາມການກຳນົດໃໝ່ແລ້ວ, ຢາ Evusheld ຈະໄດ້ນຳໃຊ້ສະເພາະຜູ້ໃຫຍ່ທີ່ບໍ່ມີຄວາມສາມາດຕ້ານທານ ຫຼື ລະບົບພຸມຕ້ານທານຖືກຊຸດໂຊມ, ຜູ້ທີ່ພວມເຮັດວຽກຢູ່ບ່ອນມີຄວາມສ່ຽງຕິດເຊື້ອສູງ.

ຢາ Evusheld ຫຼື ຍັງເອີ້ນວ່າ AZD7442 ແມ່ນຢາຕ້ານເຊື້ອ. ປິ່ນປົວພະຍາດໂຄວິດ - 19 ຊະນິດທຳອິດຂອງ AstraZeneca. ຂໍ້ມູູນຫຼ້າສຸດທີ່ ບໍລິສັດນີ້ປະກາດໃນວັນທີ 11 ຕຸລາ ໄດ້ຢັ້ງຢືນວ່າ ຢາ Evusheld ຫຼຸດຜ່ອນອາການພະຍາດເປັນໜັກ ຫຼື ຄວາມສ່ຽງເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ - 19 ລົງເຖິງ 50%, ຖ້າຫາກວ່າໄດ້ສັກຢາຊະນິດນີ້ພາຍໃນເວລາ 1 ອາທິດ ນັບແຕ່ເມື່ອມີອາການຕິດເຊື້ອ. ສັກຢາຊະນິດນີ້ຍິ່ງໄວຍິ່ງເຮັດໃຫ້ຄວາມສ່ຽງມີອາການໜັກຂອງພະຍາດຫຼຸດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ