ບຳລຸງສ້າງປັນຍາຊົນໜຸ່ມ ເປັນຜູ້ມີຄວາມເກັ່ງກ້າ ສາມາດໃຫ້ແກ່ປະເທດ ຊາດ


ບຳລຸງສ້າງປັນຍາຊົນໜຸ່ມ ເປັນຜູ້ມີຄວາມເກັ່ງກ້າ ສາມາດໃຫ້ແກ່ປະເທດ ຊາດ - ảnh 1

ທ່ານລັດຖະມົນຕີຫງວຽນທາຍບິງ

(ພາບ:/baolaocai.vn)

 (vovworld)- ໃນລາຍການ “ປຊຊ ຖາມ-ລັດຖະມົນຕີຕອບ“ ເມື່ອວັນ​ທີ 13/4, ​ ທ່ານຫງວຽນທາຍບິງ, ລັດຖະມົນຕີກະຊວງພາຍໃນຫວຽດນາມ ໃຫ້ຮູ້ວ່າ: ໃນຈຳນວນປັນຍາຊົນໜຸ່ມ 580 ຄົນ​ທີ່ດຳລົງຕຳແໜ່ງເປັນຮອງປະທານຄະນະ ກຳມະການ ປຊຊ ຕາ​ແສງ​ຢູ່ 64 ​ເມືອງ​ທຸກ​ຍາກ​ໃນ​ຂອບ​ເຂດ​ໂຄງການຮອງປະທານ ຄະນະກຳມະການ ປຊຊ ຕາ​ແສງ 600 ຄົນນັ້ນ, ມີ​ເກືອບ 85% ສະມາຊິກ​ໃນ​ໂຄງການ​​ໄດ້ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃນ​ປີ 2013 ​ເປັນ​ຢ່າງ​ດີ. ບັນດາຮອງປະທານຄະນະກຳມະການ ປຊຊ ຕາ​ແສງ​ໄດ້​ຕັ້ງໜ້າ, ​ເປັນ​ເຈົ້າການ​ໃນ​ການ​ໃຫ້​ຄຳ​ປຶກ​ສາ, ຜັນ​ຂະຫຍາຍ​ບັນດາ​ລາຍການ, ​ແຜນ​ຮ່າງ, ​ໂຄງການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ​​ໄດ້ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບ ສະໜູນ​ຈາກ ປຊຊ. ຕາມ​ແຜນການ, ການ​ຄັດ​ເລືອກນັກ​ປັນຍາ​ຊົນ​ໜຸ່ມ​ຈະ​ເລີ່​ມ​ແຕ່​ເດືອນ 5/2014. ທ່ານລັດຖະມົນຕີຫງວຽນທາຍບິງ ​ໃຫ້​ຮູ້​ວ່າ: ນອກຈາກ​ສອງ​ໂຄງການຮອງປະທານຄະນະກຳມະການ ປຊຊ ຕາ​ແສງ 600 ຄົນ ​ແລະ ລັດຖະກອນ​ຕາ​ແສງ 500 ຄົນ, ​ເພື່ອ​ສືບ​ຕໍ່​ດຶງ​ດູດ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​ທີ່​ມີ​ລະດັບ​ຄວາມ​ຮູ້, ແນໃສ່​ບຳລຸງ​ສ້າງ​ເພື່ອ​ກາຍ​ເປັນ​ຜູ້​ມີ​ຄວາມ​​ເກັ່ງ​ກ້າ​ສາມາດ​ໃຫ້​ແກ່​ປະ​ເທດ​ຊາດ​ນັ້ນ, ຫວ່າ​ງ​ແລ້ວ​ນີ້, ກົມ​ການ​ເມືອງ​ໄດ້​ປະກາດ​ໃຊ້​ບົດ​ສະຫລຸບ​ກ່ຽວ​ກັບ​ການ​ດຶງ​ດູດ, ສ້າງ​ແຫຼ່ງພະນັກງານ​ຈາກ​ຈຳນວນ​ນັກ​ສຶກສາ​ຮຽນຈົບ​ ມະຫາວິທະຍາ​ໄລ​ດ້ວຍ​ຄະ​ແນນ​ສູງ, ພະນັກງານ​ວິທະຍາສາດ​ໜຸ່ມ​ໃຫ້​ບັນດາ​ອົງການ​ຈັດຕັ້ງ ຂອງ​ພັກ, ລັດ, ກຳລັງ​ປະກອບ​ອາວຸດ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫ່ຍຂອງ​ລັດ. ກະຊວງ​ພາຍ​ໃນ​ພວມ​ຮີບ​ເຮັ່ງ​ປັບປຸງ​ບັນດາ​ເອກະສານ​ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ນາຍົກລັດຖະມົນຕີ​​ພິຈາລະນາ, ​ເຊັນ​ອະນຸມັດ​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ບົດ​ສະຫລຸບ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ