ບຳລຸງສ້າງແຫຼ່ງຊັບພະຍາກອນມີຄຸນນະພາບສູງ ຢູ່ ຫວຽດນາມ

ບຳລຸງສ້າງແຫຼ່ງຊັບພະຍາກອນມີຄຸນນະພາບສູງ ຢູ່ ຫວຽດນາມ - ảnh 1
​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ
(ພາບ: Thanh Tùng/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 13/8, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົ​ງຄະ ​ແລະ ສັງຄົມ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ກະຊວງ​ອຸດສາຫະກຳ ການ​ຄ້າ ​ແລະ ສະຫະ​ສະມາຄົມ​ວະສາ​ຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ (MOU). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ “ຂໍ້​ລິ​ເລີ່​ມຮ່ວມ ຫວຽດນາມ - ຍີ່ປຸ່ນ” ​ໄລຍະ 5. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ: ທ່າ​ແຮງ​ຂອງ ຍີ່ປຸ່ນ ​ແມ່ນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ ຫວຽດນາມ ຍ້ອນ​ວ່າ​ແຫຼ່ງຊັບພະຍາກອນ​ມ​ະນຸດ ຫວຽດນາມ ຮັບປະກັນ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ຈຸດໝາຍ​ຂອງ​ເລື່ອງ​ເຊັນ MOU ​ແມ່ນ​ສ້າງ​ຕັ້ງ​ພື້ນຖານ​ຮ່ວມ​ມື​ຂອງບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ສະໜອງ​ກຳລັງ​​ແຮງງານ​ຕອບ​ສະໜອງ​ທັງ​ດ້ານ​ຄຸນ​ນະພາ​ບ ​ແລະ​ ຈຳນວນ​ຕາມ​ຄວາມ​ຕ້ອງການ​ນຳ​ໃຊ້​ຢູ່ ຫວຽດນາມ, ຊຸກຍູ້​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ແລະ ຫວຽດນາມ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ.

 

ຂ່າວ/ບົດ​ອື່ນ