ປີ 2013, ຍອດວົງເງິນ ສົ່ງອອກສິນໃນນ້ຳ ອາດຈະລື່ນກ່າຍ 6,5 ຕຶ້ USD

ປີ 2013, ຍອດວົງເງິນ ສົ່ງອອກສິນໃນນ້ຳ ອາດຈະລື່ນກ່າຍ 6,5 ຕຶ້ USD - ảnh 1
(ພາບປະກອບ)

(vovworld) – ຕາມສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ​ສົ່ງອອກ​ສິນ​ໃນ​ນ້ຳ ຫວຽດນາມ (VASEP), ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ​ ​ໃນ ​ເດືອນ 10/2013 ໄດ້​ບັນລຸ​ລະດັບສະຖິຕິຄື 776 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 30% ເມື່ອທຽບກັບ​ໄລຍະ​ດຽວກັນຂອງ​ປີ 2012, ອັນໄດ້ຍົກ​ຍອດວົງເງິນການ​ສົ່ງ​ອອກ​ສິນ​ໃນ​ນ້ຳນັບ​ແຕ່​ຕົ້ນປີ​ມາຮອດ​ປະຈຸ​ບັນ​ບັນລຸ​ໄດ້​ກວ່າ 5,4ຕຶ້ USD,​ເພີ່ມ​ຂຶ້ນ 7,2% ເມື່ອທຽບກັບ​ໄລຍະ​ດຽວກັນຂອງ​ປີ 2012. VASEP ຄາດ​ວ່າ, ຍອດ​ວົງເງິນສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ທັງ​ປະ​ເທດ​ໃນ​ປີ 2013 ອາດຈະບັນລຸ​ໄດ້​ກວ່າ 6,5ຕຶ້ USD, ​ເພີ່ມ​ຂຶ້ນ 5% ເມື່ອທຽບກັບ​ປີ 2012. ໃນ​ໄລຍະ​ຜ່ານ​ມາ, ບັນດາ​ວິ​ສາ​ຫະກິດ ປຸງ​ແຕ່ງ ​ແລະ ​ສົ່ງອອກ ກຸ້ງ ​ຫວຽດນາມ​ໄດ​້ມານະ​ພະຍາຍາມຊອກ​ຫາມາດຕະການ​ນຳ​ເຂົ້າວັດຖຸດິບ​ຮັບ​ໃຊ້​ການ​ປຸງ​ແຕ່ງ, ສົ່ງ​ອອກ​ເພື່ຶອຕອບສະໜອງຄວາມຕ້ອງການຕໍ່ໜ້າສະພາບ​ການ​ຂາດແຄນ​ແຫຼ່ງກຸ້ງ​ໃນ​ຕະຫຼາດ​ໂລກ.

ຂ່າວ/ບົດ​ອື່ນ