ປີ 2013 ຫວຽດນາມ ແລະ ຝລັ່ງສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ປີ 2013 ຫວຽດນາມ ແລະ ຝລັ່ງສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ - ảnh 1
(ພາບປະກອບ)

(vovworld) -     ປີ 2013, ຫວຽດນາມ ​ແລະ ຝລັ່ງ ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝລັ່ງ ເຢືອງຈິ໋ຢຸງ ​ແລ້ວ, ປີ​ພົບ​ປະ​ແລກປ່ຽນ​ຫວຽດນາມ - ຝລ່ັງ ​ຈະ​ຖືກຈັດ​ຂຶ້ນຕະຫຼອດ​ປີ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວດ້ານ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ... ​ໃນ​ປີ 2013 ​ແລະ ຈະ​ແກ່ຍາວ​ຮອດ​ເດືອນ 9/2014, ນີ້​ຈະ​ແມ່ນ​ການ​ເຄື່ອນ​ໄຫວ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ.

“ນອກຈາກ​ໃຫ້​ບຸລິມະສິດ​​ແກ່ການ​ພົບ​ປະ​ແລກປ່ຽນ​ດ້ານ​ການ​ເມືອງ​ຂັ້ນ​ສູງ​ເພື່ອ​ກຳນົດ​ທິດ, ສ້າງ​ທ່າ​ແຮງ, ​ເລື່ອງ​ຈັດ​ການ​ປະຊຸມ ​ແລະ ປ່ຽນ​ໃໝ່ບັນດາ​ກົນ​ໄກ​ການ​ເຈລະຈາ, ກຳນົດ​ທິດ​ຮ່ວມ​ມື​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ​ຄື; ຄະນະ​ກຳມາທິການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ສະພາ​ຂັ້ນ​ສູງ​ເພື່ອ​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ - ຍຸດ​ທະ​ສາດ, ຄະນະ​ກຳມາທິການ​ປະສົມ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ເຕັກນິກ, ກອງ​ປະຊຸມ​ຮ່ວມ​ມື​ປອດ​ຈຸດ​ສຸມ ຈະ​ແມ່ນ​ບັນດາ​ຈຸດ​ຜົ້ນ​ເດັ່ນ​ທີ່​ມີຫຼາຍ​ຮູບ​ຫຼາຍ​ແບບຂອງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຝລັ່ງ”.

ທີ່​ກອງ​ປະຊຸມ​​ເປັນທີ່​ປຶກສາ​ປະຈຳ​ເດືອນ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ​ໃນຕົ້ນ​ເດືອນ 12 ຜ່ານ​ມາ, ຝລັ່ງ ສືບ​ຕໍ່ມີ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ສຳຄັນ, ຮັກສາ​ບົດບາດ​ເປັນ​ນັກ​ອຸປະຖຳ​ໃຫຍ່​ໃຫ້​ແກ່​ຫວຽດນາມ, ນຳ​ໜ້​າໃນ​ສະຫະພາບເອີ​ລົບ ດ້ວຍ​ຄຳ​ໝັ້ນ​ສັນຍາ​ອຸປະຖຳ​ເງິນເກືອບ 340 ລ້ານ USD.

ຂ່າວ/ບົດ​ອື່ນ