ປີ 2015 ຂະແໜງທ່ອງທ່ຽວຫວຽດນາມຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 8 ລ້ານເທື່ອຄົນ
ຫວຽດນາມມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ລື່ຊື່ |
(vovworld)- ທີ່ການສະຫຼຸບຜ່ານເຄືອຂ່າຍອິນເຕີເນັດລະຫວ່າງສະຖານທີ່ 3 ແຫ່ງຄື : ຮ່າໂນ້ຍ, ດານັ້ງ, ນະຄອນໂຮ່ຈິມິນເມື່ອວັນທີ 30/12 ກ່ຽວກັບວຽກງານຂະແໜງທ່ອງທ່ຽວຫວຽດນາມປີ 2015 , ທ່ານຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນວັນຕ້ວນ ໃຫ້ຮູ້ວ່າ : ປີ 2015, ຂະແໜງທ່ອງທ່ຽວຫວຽດນາມໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 8 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 1% ເມື່ອທຽບໃສ່ປີ 2014. ແຂກທ່ອງທ່ຽວຢູ່ພາຍໃນບັນລຸ 57 ລ້ານເທື່ອຄົນ, ຍອດລາຍໄດ້ຈາກແຂກທ່ອງທ່ຽວບັນລຸ 338.000 ຕື້ດົງ. ປີ 2015, ການຍົກເວັ້ນວີຊາດ້ວຍກຳນົດເວລາ 15 ວັນໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກຝະລັ່ງ, ເຢຍລະມັນ, ອັງກິດ, ແອັສປາຍ, ອີຕາລີ, ເບລາຣຸດ ໄດ້ປະກອບສ່ວນເພີ່ມຈຳນວນແຂກທ່ອງທ່ຽວສາກົນໃນຍຸດທະສາດ ແລະ ເຮັດໃຫ້ຕະຫຼາດທ່ອງທ່ຽວຫວຽດນາມກັບຄືນສູ່ປົກກະຕິ.