ປີ 2015 ຈະແມ່ນປີຂີດໝາຍໃນການພົວພັນຫວຽດນາມ-ອາເມລິກາ

ປີ 2015 ຈະແມ່ນປີຂີດໝາຍໃນການພົວພັນຫວຽດນາມ-ອາເມລິກາ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ

(vovworld)- ວັນ​ທີ 3/1, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ໄດ້​ໃຫ້​ສຳ​ພາດ​ບັນ​ດາ​ສຳ​ນັກ​ຂ່າວ​ສານ, ອົງ​ການ​ສື່ມວນ​ຊົນ​ຫວຽດ​ນາມ​ກ່ຽວ​ກັບ​ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລ​ິ​ກາ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ໃນ ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລ​ິ​ກາ​ໃນ​ປີ 2015 .

    ກ່ຽວ​ກັບ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ ຊຶ່ງ​ບັນ​ລຸ​ໄດ້​ໃນ ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລ​ິ​ກາ​​ໄລ​ຍະ​ທີ່​ຜ່ານມ​າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ​ ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງຖື​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ການ​ຢ້ຽມ​ຢາມ​ ອາ​ເມ​ລິ​ກາ ​ເມື່ອ​ເດືອນ 7/2013 ຂອງ​ທ່ານ​ປະ​ທານ​ປ​ະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ຊ​ຶ່ງ​ແມ່ນ​ຂອບ​ເຂດ​ທີ່​ສຳ​ຄັນ, ກຳ​ນົດ​ທິດ​ແກ່ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລ​ິ​ກາ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ຊີ້​ແຈ້ງວ່າ ການ​ພົວ​ພັນດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຫວຽດ​ນາມ-ອາ​ເມ​ລ​ິ​ກາ​ສືບ​ຕໍ່​ແມ່ນ​ຈຸດ​ທີ່​ສະ​ຫວ່າງ​ສະ​ໄຫວ. ອາ​ເມ​ລິ​ກາ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ແລະ ຕະຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ. ພິ​ເສດຍອດ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ 2014 ຄາດ​ວ່າ​ບັນ​ລຸ​ປະ​ມານ 36 ຕື້ USD, ໃນ​ນັ້ນ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ​ອາ​ເມ​ລິ​ກາ​ບັນ​ລຸກວ່າ 28 ຕຶ້ USD ເພີ່ມ​ຂຶ້ນ 19%ເມື່ອ​ທຽບ​ໃສ່​ກ່ອນນັ້ນ. ອາ​ເມ​ລ​ິ​ກາກໍ​ແມ່ນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ 7 ເຂົ້າ​ຫວຽດ​ນາມ ດ້ວຍ​ປະ​ມານ 700 ໂຄງ​ການ ທີ່​ມີ​ຍອດ​ເງິນ​ລົງ​ທຶນ​ເກືອບ 10,7 ຕື້ USD. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຝ້າມກວາງວິງ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ ແລະ ແລກ​ປ່ຽນ​ປະ​ຊາ​ຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກ້​ວາງ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ບົນ​ພື້ນ​ຖານ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ດ້ານ​ປ້ອງ​ກັນ​ຊາດ.

ຂ່າວ/ບົດ​ອື່ນ