ປີ 2017, ການສົ່ງອອກຂອງຫວຽດນາມຈະເລັ່ງໃສ່ໝວດສິນຄ້າທີ່ມີທ່າແຮງ


ປີ 2017, ການສົ່ງອອກຂອງຫວຽດນາມຈະເລັ່ງໃສ່ໝວດສິນຄ້າທີ່ມີທ່າແຮງ - ảnh 1
ປີ 2017, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ຈະ​ເລັ່ງ​ໃສ່​ບັນ​ດາ​ໝວດ​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ, ເປັນ​ຕົ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ

(vovworld)- ທ່ານ​ເຈີນ​ແທງ​ຫາຍ, ຮອງ​ຫົວ​ໜ້າ​ກົມ​ສົ່ງ​ອອກ ແລະ ນຳ​ເຂົ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : ປີ 2017, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ຈະ​ເລັ່ງ​ໃສ່​ບັນ​ດາ​ໝວດ​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ, ເປັນ​ຕົ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ. ທ່ານ​ເຈີນ​ແທງ​ຫາຍ, ຮອງ​ຫົວ​ໜ້າ​ກົມ​ສົ່ງ​ອອກ ແລະ ນຳ​ເຂົ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ​ກ່າວ​​ວ່າ :

    “ ປະ​ຈຸ​ບັນ ໃນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ສາ​ກົນ ທີ່​ນຳ​ມາ​ເຊິ່ງ​ມູນ​ຄ່າ​ອັນ​ໃຫຍ່ຫຼວງ ແມ່ນ​ເຄີຍ​ຈະ​ນອນ​ໃນ​ຂອດ​ແຈກ​ຢ່າຍ, ເຄື່ອງ​ໝາຍ​ການ​ຄ້າ, ການ​ພັດ​ທະ​ນາ​ຜະລິດ​ຕະ​ພັນ. ພ້ອມກັນ​ນັ້ນ ກໍ​ແມ່ນ​ບັນ​ດາ​ຂອດ​ການ​ປູກ​ຝັງ, ປຸງ​ແຕ່ງ ກໍ​ໄດ້​ນຳ​ມາ​ເຊິ່ງ​ມູ​ນ​ຄ່າ ແຕ່​ຢູ່​ໃນ​ລະ​ດັບ​ຕ່ຳ. ກົງ​ກັນ​ຂ້າມ ທາງ​ດ້ານ​ການ​ນຳ​ເຂົ້າ, ຈະ​ມີ​ຄຸນ​ປະ​ໂຫຍດ​ດີ ຖ້າ​ຫາກ​ການ​ນຳ​ເຂົ້າ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຄວາມ​ຕ້ອງ​ການ​ຂອງ​ພື້ນ​ຖານເສດ​ຖະ​ກິດ ”
ຂ່າວ/ບົດ​ອື່ນ