ປີ 2022 ຈຳນວນເງິນຕາຕ່າງປະເທດຂອງນະຄອນ ໂຮ່ຈີມິນ ບັນລຸກວ່າ 6,6 ຕື້ USD

(VOVWORLD) -ໃນປີ 2022, ການເຄື່ອນໄຫວການຕ່າງປະເທດປະຊາຊົນຢູ່ນະຄອນ ໂຮ່ຈີມິນ ມີຫຼາຍວິທີເຮັດໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຟື້ນຟູເສດຖະກິດ - ສັງຄົມຂອງນະຄອນ ພາຍຫຼັງໂລກລະບາດໂຄວິດ-19
ປີ 2022 ຈຳນວນເງິນຕາຕ່າງປະເທດຂອງນະຄອນ ໂຮ່ຈີມິນ ບັນລຸກວ່າ 6,6 ຕື້ USD - ảnh 1ໃນປີ 2022, ການເຄື່ອນໄຫວການຕ່າງປະເທດປະຊາຊົນຢູ່ນະຄອນ ໂຮ່ຈີມິນ ມີຫຼາຍວິທີເຮັດໃໝ່
(ພາບ: ກວັກແທັງ)

ປີ 2022 ຈຳນວນເງິນຕາຕ່າງປະເທດຂອງນະຄອນ ໂຮ່ຈີມິນ ບັນລຸກວ່າ 6,6 ຕື້ USD, ກວມເອົາແຕ່ 40-50% ຈຳນວນເງິນດັ່ງກ່າວໃນທົ່ວປະເທດ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ໝາກຜົນການປະຕິບັດລາຍການຄອບຄົວ ຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ປີ 2022. ກອງປະຊຸມໄດ້ດຳເນີນໃນຕອນບ່າຍວັນທີ 10 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ຈັດຂຶ້ນ.

ໃນປີ 2022, ການເຄື່ອນໄຫວການຕ່າງປະເທດປະຊາຊົນຢູ່ນະຄອນ ໂຮ່ຈີມິນ ມີຫຼາຍວິທີເຮັດໃໝ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການຟື້ນຟູເສດຖະກິດ - ສັງຄົມຂອງນະຄອນ ພາຍຫຼັງໂລກລະບາດໂຄວິດ-19. ໃນນັ້ນມີການປະກອບສ່ວນຂອງວິສາຫະກິດເກືອບ 3.000 ແຫ່ງທີ່ມີເງິນລົງທຶນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຊ່ຽວຊານ, ປັນຍາຊົນເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຮັດວຽກຍາວນານຢູ່ນະຄອນກວ່າ 400 ຄົນ.

ປີ 2023, ທາງນະຄອນປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາສະມາຊິກຄະນະຕິດຕໍ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ເປັນຂົວເຊື່ອມຕໍ່ສຳຄັນເພື່ອຕິດພັນ, ເຕົ້າໂຮມແຫຼ່ງກຳລັງສຳຄັນນີ້.

ກໍ່ທີ່ກອງປະຊຸມ, ທາງນະຄອນໄດ້ສະຫຼຸບໝາກຜົນການປະຕິບັດແຜນຮ່າງຄອບຄົວ ຫວຽດນາມ ແລະ ນັກສຶກສາ ລາວ - ກຳປູເຈຍ ມີ 33 ຄອບຄົວ ແລະ ນັກສຶກສາ 48 ຄົນເຂົ້າຮ່ວມ. ນີ້ແມ່ນການເຄື່ອນໄຫວເພື່ອໃຫ້ນັກສຶກສາ ແລະ ບັນດາຄອບຄົວໄດ້ແລກປ່ຽນວັດທະນະທຳ, ຊອກຮູ້ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບ ລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ